• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ

      ລາຍການພົບປະແລກປ່ຽນ “ລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ” ໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ແຂວງ ຮ່າຢາງ ສົມທົບກັນຈັດຕັ້ງໃນຕອນຄ່ຳວັນທີ 27 ມັງກອນ.
 
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ
      ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ: ເລື່ອງເບິ່ງແຍງດູແລ, ໜູນຊ່ວຍໃຫ້ຄົນທຸກຍາກ ເພື່ອ “ບໍ່ມີຜູ້ໃດ ຖືກປະໄວ້ຢູ່ທາງຫລັງ” ຍາມໃດກໍ່ແມ່ນໜຶ່ງໃນບັນດາແຜນນະໂຍບາຍໃຫຍ່ຂອງພັກ, ລັດ ໃນຕະຫລອດວິວັດການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນວ່າ:
ຫລາຍປີຜ່ານມາ, ລາຍການ ລະດູບານໃໝ່ແຫ່ງຄວາມອົບອຸ່ນຢູ່ເຂດຊາຍແດນ ຂອງທະຫານປ້ອງກັນຊາຍແດນ ໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນເມື່ອບຸນປີໃໝ່ວຽນມາ ໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນຢູ່ 44 ແຂວງ, ນະຄອນຊາຍແດນໃນທົ່ວປະເທດ. ຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວທີ່ມີລັກສະນະສັງລວມ, ວັດທະນະທຳມະນຸດ ດ້ວຍເນື້ອໃນຫລາຍຢ່າງ, ວິທີການອຸດົມສົມບູນ. ວຽກງານຂອງທະຫານຊາຍແດນໄດ້ປະກອບສ່ວນເບິ່ງແຍງດູແລ, ກໍ່ສ້າງລະບົບການເມືອງຂັ້ນຮາກຖານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນ, ເພີ່ມທະວີການສຶກສາ, ໂຄສະນາໃຫ້ທະຫານ ແລະ ລຸ້ນໜຸ່ມຢູ່ບັນດາທ້ອງຖິ່ນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Heng Samrin ​ປະ​ທານ​ກຽດ​ຕິ​ມະ​ສັກ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ

ທ່ານ ປະທານ Heng Samrin ກໍຕີລາຄາສູງຕໍ່ການພັດທະນາຢ່າງແຮງຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະປະຕິບັດບັນດາເປົ້າໝາຍຍຸດທະສາດທີ່ໄດ້ວາງອອກຢ່າງມີໄຊ.

Top