• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ ຫວຽດນາມ ມອບຫຼຽນໄຊອັນສູງສົ່ງໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນສັງກັດກອງທັບ ປະຊາຊົນລາວ

ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊອັນສູງສົ່ງທີ່ສຸດ ຂອງພັກ, ລັດ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນ ລາວ ພ້ອມກັບບັນດາຫຼຽນໄຊອື່ນໆ ໃຫ້ແກ່່ 53 ກົມກອງ ແລະ 65 ບຸກຄົນ ຂອງກອງທັບປະຊາຊົນລາວ.
ຕອນເຊົ້າວັນທີ 4 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີປະດັບຫຼຽນໄຊຂອງພັກ, ລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາໝູ່ຄະນະ, ສ່ວນບຸກຄົນສັງກັດ ກອງທັບປະຊາຊົນລາວ ທີ່ບັນລຸໄດ້ຜົນງານຫຼາຍຢ່າງ, ມີການປະກອບສ່ວນສໍາຄັນ, ເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັງສອງປະເທດ ຫວຽດນາມ - ລາວ.

ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN)

ທີ່ພິທີ, ໂດຍໄດ້ຮັບການມອບໝາຍຈາກປະທານປະເທດຫວຽດນາມ, ທ່ານ ພົນເອກໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ປະດັບຫຼຽນໄຊດາວຄໍາ, ຫຼຽນໄຊອັນສູງສົ່ງທີ່ສຸດ ຂອງພັກ, ລັດ ຫວຽດນາມ ໃຫ້ແກ່ກອງທັບປະຊາຊົນ ລາວ ພ້ອມກັບບັນດາຫຼຽນໄຊອື່ນໆ ໃຫ້ແກ່່ 53 ກົມກອງ ແລະ 65 ບຸກຄົນ ຂອງກອງທັບປະຊາຊົນລາວ.

        ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວັນລິກ ຢັ້ງຢືນວ່າ ການປະດັບຫຼຽນໄຊອັນສູງສົ່ງນີ້ ແມ່ນການຮັບຮູ້ບັນດາການປະກອບສ່ວນສໍາຄັນຂອງທັງກອງທັບປະຊາຊົນລາວ ໃນໄລຍະແຫ່ງການສ້າງສາ ແລະ ເພີ່ມທະວີການພົວພັນໄມຕີຈິດ ມິດຕະພາບອັນຍິ່ງໃຫຍ່, ຄວາມສະໝັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ; ພ້ອມທັງສືບຕໍ່ຢັ້ງຢືນ ແລະ ເຮັດໃຫ້ສາຍພົວພັນອັນສະໜິດຕິດພັນ, ສັດຊື່ບໍລິສຸດ, ຄວາມສາມັກຄີຜູກພັນລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດເລິກເຊິ່ງຂຶ້ນຕື່ມ.

        ເນື່ອງໃນໂອກາດນີ້, ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານລັດຖະມົນຕີ ໂງຊວັນລິກ ກໍໄດ້ມອບເງິນຈໍານວນ 50.000 USD ແກ່ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຈັນສະໝອນ ຈັນຍະລາດ ເພື່ອຊ່ວຍເຫຼືອປະຊາຊົນບັນດາແຂວງຢູ່ພາກກາງ ແລະ ພາກໃຕ້ ຂອງ ລາວ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໃນເຫດພາຍຸ, ນໍ້າຖ້ວມເມື່ອເດືອນກັນຍາຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top