• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງການຕ່າງປະເທດ ຈີີນ ຕ້ອນຮັບ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ

      ຕອນຄໍ່າວັນທີ 29 ຕຸລາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ປະຈໍາ ຈີນ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ສະເໜີວ່າ ຈີນ ແລະ ບັນດາປະເທດ ອາຊຽນ ຄວນມານະພະຍາຍາມພ້ອມກັນແກ້ໄຂບັນດາສິ່ງທ້າທາຍ, ຮ່່ວມມືກັນເພື່ອຮັກສາລັດທິຫຼາຍຝ່າຍ, ພ້ອມທັງສົມທົບກັນເພື່ອຮັກສາສັນຕິພາບໃນພາກພື້ນ.
        ສ່ວນ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໃຫ້ຄໍາໝັ້ນສັນຍາວ່າ ອາຊຽນ ພ້ອມແລ້ວທີ່ຈະຮັກສາການຕິດຕໍ່ພົວພັນ ແລະ ການຮ່ວມມືຢ່າງແໜ້ນແຟ້ນກັບຈີນ ເພື່ອຮັບປະກັນໃຫ້ກອງປະຊຸມບັນດາການນໍາບັນດາປະເທດ ອາຊີຕາເວັນອອກ ຂອງປີ 2019 ນີ້ ຖືກຈັດຂຶ້ນຢ່າງສໍາເລັດຜົນ.
        ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ເຫັນດີເພີ່ມທະວີການປະສານງານ, ຊອກຫາບັນດາວິທີການພັດທະນາ “ສາຍພົວພັນຄູ່ຮ່ວມມືເສດຖະກິດຂຽວ”, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດເຕັກນິກດີຈີຕອນ ແລະ ບັນດາຂົງເຂດອື່ນໆ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ມານະພະຍາຍາມສໍາເລັດການເຈລະຈາກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2019 ນີ້ ແລະ ຮັກສາລັດທິຫຼາຍຝ່າຍ ແລະ ການຄ້າເສລີ./.
 (ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top