• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ເຂົ້າຮ່ວມກອງປະຊຸມການນຳຮັບຜິດຊອບຄວາມໝັ້ນຄົງ ລັດເຊຍ

ດ້ວຍຫົວຂໍ້ຕົ້ນຕໍ “ບັນດາຄວາມເຄັ່ງຕຶງສາກົນ: ຈາກການປະທະກັນຕະຫຼອດຮອດການເຈລະຈາ”, ໃນວັນທີ 25 – 26 ເມສາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ້ອນເຮັ່ງ ໃນຂົງເຂດຄວາມໝັ້ນຄົງສາກົນ ແລະ ພາກພື້ນ;

ການພົບປະຂອງທ່ານລັດຖະມົນຕີ ໂຕເລີມ ກັບການນຳປະເທດຕ່າງໆຢູ່ນອກກອງປະຊຸມ

ວັນທີ 25 ເມສາ, ກອງປະຊຸມສາກົນປະຈຳປີຄັ້ງທີ 9 ການນຳຂັ້ນສູງຮັບຜິດຊອບຄວາມໝັ້ນຄົງໄດ້ໄຂຂຶ້ນຢູ່ນະຄອນ Sochi (ສະຫະພັນລັດເຊຍ). ເຂົ້າຮ່ວມກອງປະຊຸມມີຜູ້ແທນຈາກ 118 ປະເທດ ແລະ ຜູ້ຕາງໜ້າ ສປຊ. ຄະນະຜູ້ແທນ ຫວຽດນາມ ໂດຍ ທ່ານພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າ.

        ດ້ວຍຫົວຂໍ້ຕົ້ນຕໍ “ບັນດາຄວາມເຄັ່ງຕຶງສາກົນ: ຈາກການປະທະກັນຕະຫຼອດຮອດການເຈລະຈາ”, ໃນວັນທີ 25 – 26 ເມສາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາຮ້ອນເຮັ່ງ ໃນຂົງເຂດຄວາມໝັ້ນຄົງສາກົນ ແລະ ພາກພື້ນ; ກ່ຽວກັບການຫັນປ່ຽນຍຸດທະສາດ ແລະ ຍຸດໂທບາຍຂອງບັນດາອົງການກໍ່ການຮ້າຍສາກົນ, ບັນດາບັນຫາຮັບປະກັນຄວາມປອດໄພຂໍ້ມູນຂ່າວສານທົ່ວໂລກ…

        ທີ່ກອງປະຊຸມ, ທ່ານລັດຖະມົນຕີຕຳຫຼວດ ຫວຽດນາມ ໂຕເລີມ ມີບົດປະກອບຄຳເຫັນດ້ວຍຫົວຂໍ້ວ່າ “ການຫັນປ່ຽນຍຸດທະສາດ, ຍຸດໂທບາຍຂອງບັນດາອົງການກໍ່ການຮ້າຍສາກົນ”, ໃນນັ້ນ ເນັ້ນໜັກເຖິງການແກ້ໄຂການກໍ່ການຮ້າຍແມ່ນບັນຫາຍາວນານ, ຕ້ອງມີການສົມທົບກັນຢ່າງຕັ້ງໜ້າຄົບຊຸດ ແລະ ມີຄວາມຮັບຜິດຊອບຂອງຫຼາຍປະເທດ. ທ່ານລັດຖະມົນຕີ ໂຕເລີມ ໄດ້ຊີ້ແຈ້ງທັດສະນະຂອງ ຫວຽດນາມ ແມ່ນຕ້ອງມີມາດຕະການລວມ, ເປັນເອກະພາບໃນສາກົນສຳລັບບັນຫານີ້; ບັນດາປະເທດກ່ຽວຂ້ອງ ແລະ ປະຊາຄົມສາກົນຕ້ອງສົມທົບກັນແກ້ໄຂສາຍເຫດຂອງບັນຫາຢ່າງເຖິງຖອງ, ພິເສດແມ່ນສົມທົບກັນຢຸດຕິສະພາບປະທະກັນດ້ວຍກຳລັງປະກອບອາວຸດ, ສ້າງສັນຕິພາບຄືນໃໝ່, ສ້າງສະຖຽນລະພາບຢູ່ເຂດເກີດສົງຄາມ, ພ້ອມທັງເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານການກໍ່ການຮ້າຍ, ຫົວຮຸນແຮງສາກົນ.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top