• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ໄທ ຮຽກຮ້ອງບັນດາກຳລັງການເມືອງເຊັນຂໍ້ຕົກລົງຊຸກຍູ້ການໄກ່ເກຍ ປອງດອງ


(ພາບປະກອບ)
             ວັນ​ທີ 16/01 ທ່ານ ປຣະວິດ ວົງ​ສູ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ຮຽກ​ຮ້ອງ​ບັນດາ​ພັກຝ່າຍ ​ແລະ ກຳລັງດ້ານ​ການ​ເມືອງ​ທັງ​ໝົດ ​ເຊັນ​ຂໍ້​ຕົກລົງ​ສະບັບ​ໜຶ່ງ ​ເພື່ອ​ແນ​ໃສ່​ຊຸກຍູ້​ວິວັດ​ການ​ໄກ​​່​ເກ​ຍປອງ​ດອງ​ຊາດ. ກ່ອນ​ໜ້າ​ນັ້ນ ​ທ່ານ​ນາຍົກລັດຖະມົນຕີ ​ໄທ ປຣະຣຸດ ຈັນ​ໂອ​ຈາ ​ໄດ້​ບົ່ງ​ຕົວທ່ານ ປຣະວິດ ວົງ​ສູ​ວັນ ​ເປັນ​ຜູ້ປະສານ​ວິວັດ​ການ​ໄກ່​ເກ​ຍປອງ​ດອງ​ຊາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ທ່ານລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ​ໄທ ກໍ່​ຢືນຢັນວ່າ​ວິວັດ​ການ​ໄກ່​ເກ​ຍປອງ​ດອງຊາດ​ດັ່ງກ່າວ ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ການອະ​ໄພ​ຍະ​ໂທດ​ແຫ່ງ​ລັດ ຫຼື ອະ​ໄພ​ຍະ​ໂທດພະລາດ​ຊະ​ວັງ. 
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top