• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຮຽກຮ້ອງຄວບຄຸມເຫດການເຕົ້າໂຮມກັນຫລາຍຄົນຢ່າງແໜ້ນແຟ້ນ ເພືຶ່ອປ້ອງກັນ, ຕ້ານໂລກ​ລະ​ບາດໂຄວິດ-19

ນະຄອນ ໂຮ່ຈີມິນ ມີຄວາມສ່ຽງຕິດແປດສູງ ຍ້ອນມີຫລາຍຄົນມາເຕົ້າໂຮມກັນ, ສະນັ້ນ ຄວນສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: VGP

ທີ່ການເຮັດວຽກໃນຕອນເຊົ້າວັນທີ 23 ເມສາ ກັບນະຄອນ ໂຮ່ຈີມິນ ກ່ຽວກັບວຽກງານປ້ອງກັນ, ຕ້ານໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ ປະຈຸບັນ, ພາກພື້ນ ອາຊີ ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ພວມເພີ່ມຂຶ້ນ, ນະຄອນ ໂຮ່ຈີມິນ ມີຄວາມສ່ຽງຕິດແປດສູງ ຍ້ອນມີຫລາຍຄົນມາເຕົ້າໂຮມກັນ, ສະນັ້ນ ຄວນສືບຕໍ່ຄວບຄຸມຢ່າງແໜ້ນແຟ້ນ ເປັນຕົ້ນແມ່ນສຳລັບຄົນເຂົ້າເມືອງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງວ່າ:

        “ບົດຮຽນຢູ່ບັນດາປະເທດ ແມ່ນເຫດການທີ່ເຕົ້າໂຮມກັນຫລາຍຄົນ ແມ່ນບໍ່ສາມາດຄວບຄຸມໄດ້ຈະກໍ່ໃຫ້ເກີດການແຜ່ລະບາດ. ຕາມຄວາມຈິງແລ້ວ, ໃນ 1 ປີຜ່ານມາຢູ່ ຫວຽດນາມ, ມີບັນດາເຫດການນ້ອຍກ່ວາ ແຕ່ກໍ່ໄດ້ກໍ່ຜົນເສຍຫາຍໃຫຍ່ຕໍ່ສັງຄົມ. ສະນັ້ນ, ສຳລັບບັນດາເຫດການທີ່ເຕົ້າໂຮມກັນຫລາຍຄົນ ເປັນຕົ້ນແມ່ນໃນໂອກາດວັນບຸນຈະມາເຖິງ ຕ້ອງເຂັ້ມງວດ, ພິເສດແມ່ນຕ້ອງໃສ່ຜ້າອັດປາກ-ດັງ.

        ລາຍງານທີ່ການເຮັດວຽກ, ການນຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 10 ກຸມພາ ເປັນຕົ້ນມາ, ເປັນ 69 ມື້ແລ້ວ ນະຄອນໂຮ່ຈີມິນ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top