• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານປະກາດໃຊ້ໂຄງການເຄື່ອນໄຫວປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ລັດຖະບານຫວຽດນາມ ຫາກໍ່ປະກາດໃຊ້ມະຕິກ່ຽວກັບໂຄງການເຄື່ອນໄຫວຂອງລັດຖະບານ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. (ພາບປະກອບ: VGP)

ຕາມນັ້ນແລ້ວ, ຮອດປີ 2025, ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບຢ່າງສົມບູນ: ໂດຍແມ່ນປະເທດພວມພັດທະນາ ມີອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍຮັບປາງກາງຕ່ຳ; ຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ: ແມ່ນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ; ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕ, ຈຸບັນແມ່ນປະເທດສສ.ຫວຽດນາມ: ຫວຽດນາມ ກາຍເປັນປະເທດພັດທະນາ, ບັນລຸລາຍຮັບສູງ.

ໃນວິວັດການປະຕິບັດໂຄງການເຄື່ອນໄຫວ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງເຊື່ອມຊຶມບັນດາຫຼັກການນຳພາຂອງພັກ, ບັນດາທັດສະນະຊີ້ນຳຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ຍົກສູງກຳລັງນຳພາ ແລະ ກຳລັງຕໍ່ສູ້ຂອງອົງການຈັດຕັ້ງພັກ, ສະມາຊິກພັກ; ຖືປະຊາຊົນ, ວິສາຫະກິດແມ່ນຈຸດໃຈກາງເພື່ອຮັບໃຊ້; ສ້າງລັດໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top