• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມກຳລັງໃຈຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ, ບື່ນຕົວຂຶ້ນໃນຊີວິດການເປັນຢູ່

ທ່ານ ຮ່ວາງມິງທ໋ວານ ພ້ອມກັບລູກສອນຄົນຖືກຜົນສະທ້ອນຈາກທາດພິດສີສົ້ມ
      ເນື່ອງ​​ໃນ​ໂອກາດ​ສ​ະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ວິນາດສະກຳ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ (10/8/1961 – 10/8/2016), ສະມາຄົມ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ​ແຂວງ ລອງ​ອານ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ເບິ່ງ​ແຍງ​ດູ​ແລ, ລະດົມ​ກຳລັງ​ໃຈ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ທັງ​ກ່ຽວ​ກັບ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ. ຕາມ​ນັ້ນ​​ແລ້ວ, ສະມາຄົມ​ໄດ້​ມອບ​ເຮ​ືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 5 ຫຼັງ, ​ແຕ່​ລະ​ຫຼັງ​ມີ​ມູນ​ຄ່າ 40 ລ້ານ​ດົ່ງ, ໜູນ​ຊ່ວຍ​ແຕ່​ລະ​ຄອບຄົວ​ຜູ້​ປະສົບ​​ເຄາ​ະຮ້າຍສ້ອມ​ແປງ​ເຮືອ​ຊານດ້ວຍ​ຈຳນວນ​ເງິນ 10 ລ້ານ​ດົ່ງ (ຈຳນວນ​ເງິນ​ນີ້​ໂດຍ​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​​ແຂວງ ອຸປະຖຳ​). ນອກຈາກ​ນັ້ນ, ທາງສະມາຄົມ​ກໍ່​ໄດ້​ມອບ​ເງິນ​ກໍ່ສ​້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້ 3 ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ເປັນ​ພິ​ເສດ, ທີ່​ບໍ່​ມີ​ເຮືອນ​ຢູ່​ດ້ວຍ​ຈຳ​ນວນ​ເງິນ 150 ລ້ານ​ດົ່ງ, ຈັດ​ຕັ້ງ​ການ​ໄປ​ຢື້​ຢາມ​ຖາມ​ຂ່າວ ​ແລະ ມອບ​ຂອງຂວັນ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດພິດ​ສີ​ສົ້ມ​ໃນ​ບໍລິ​ເວນ​ແຂວງ 150 ພູດ, ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍຜ່ານ​ຜ່າ​ຄວາມ​ເຈັບ​​ປວດ, ສືບ​ຕໍ່​ບື່ນຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່.
      ວັນ​ທີ 9/8, ​ແຂວງ ດົ່ງ​ນາຍ ​ໄດ້​ຈັດ​ຕັ້ງ​ການ​ຍ້ອງ​ຍໍ​ຊົມ​ເຊີຍຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີສົ້ມ/ ດີ​ໂອ​ຊິນ​ເປັນ​ຄົນ​ພິການ 11 ຄົນ​​ແຕ່​ພະຍາຍາມ​ບື່ນຕົວ​ຂຶ້ນ​ໃນ​ການ​ດຳລົງຊີວິດ, ການ​ຮ່ຳຮຽນ, ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top