ທ່ານ ຮ່ວາງມິງທ໋ວານ ພ້ອມກັບລູກສອນຄົນຖືກຜົນສະທ້ອນຈາກທາດພິດສີສົ້ມ
ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10/8/1961 – 10/8/2016), ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ລອງອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລ, ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍທັງກ່ຽວກັບດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ສະມາຄົມໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ, ແຕ່ລະຫຼັງມີມູນຄ່າ 40 ລ້ານດົ່ງ, ໜູນຊ່ວຍແຕ່ລະຄອບຄົວຜູ້ປະສົບເຄາະຮ້າຍສ້ອມແປງເຮືອຊານດ້ວຍຈຳນວນເງິນ 10 ລ້ານດົ່ງ (ຈຳນວນເງິນນີ້ໂດຍບັນດາວິສາຫະກິດໃນບໍລິເວນແຂວງ ອຸປະຖຳ). ນອກຈາກນັ້ນ, ທາງສະມາຄົມກໍ່ໄດ້ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ 3 ຄອບຄົວຜູ້ປະສົບເຄາະຮ້າຍທີ່ປະສົບກັບຄວາມຫຍູ້ງຍາກເປັນພິເສດ, ທີ່ບໍ່ມີເຮືອນຢູ່ດ້ວຍຈຳນວນເງິນ 150 ລ້ານດົ່ງ, ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນແຂວງ 150 ພູດ, ເພື່ອແນໃສ່ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ, ສືບຕໍ່ບື່ນຕົວຂຶ້ນໃນຊີວິດການເປັນຢູ່.
ວັນທີ 9/8, ແຂວງ ດົ່ງນາຍ ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນເປັນຄົນພິການ 11 ຄົນແຕ່ພະຍາຍາມບື່ນຕົວຂຶ້ນໃນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານທຳການຜະລິດ.
(ແຫຼ່ງຄັດຈາກ VOV)