• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດູບານໃໝ່ແຫ່ງການປູກຝັງຢູ່ເຂດບ້ານນາຫວຽດນາມ

      ໃນຊຸມວັນຕົ້ນລະດູບານໃໝ່, ຢູ່ບັນດາເຂດບ້ານນາຫວຽດນາມ, ໄດ້ຈັດຫຼາຍງານບຸນ, ໃນນັ້ນມີງານບຸນປູກຝັງທີ່ເປັນເອກະລັກສະເພາະຄື: ບຸນເຕັດປູກຕົ້ນໄມ້ ເພື່ອຮັກສາສະພາບແວດລອ້ມຊີວະພາບ, ງານບຸນລົງທົ່ງເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວ, ປູກຝັງໃຫ້ຂຽວສົດງົດງາມ ແລະ ໄດ້ຮັບຜົນດີ. ບັນດາງານບຸນດັ່ງກ່າວ ໄດ້ກາຍເປັນຈຸດວັດທະນະທຳທີ່ດີງາມຂອງຊາວຫວຽດນາມ, ຊື່ງໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ ແລະ ເຫັນດີເຫັນພ້ອມຈາກປະຊາຊົນ.

ງານບຸນລົງທົ່ງປະເພນີຂອງປະຊາຊົນແຂວງ ທາຍງວຽນ (ພາບ: ໜັງສືພິມທາຍງວຽນ)
        ງານບຸນລົງທົ່ງ ທີ່ຫາກໍ່ໄດ້ຈັດຂຶ້ນຢູ່ເມືອງໂຟ໋ອຽນ ແຂວງທ໊າຍງວຽນ ໃນຊຸມວັນຕົ້ນລະດູບານໃໝ່ ປີຊວດ ແມ່ນງານບຸນທີ່ເຕັມໄປດ້ວຍສີສັນ ຂອງພື້ນຖານອະລິຍະທຳ ເຂົ້ານາທາມ ຫວຽດນາມ.
  ໃນການແຂ່ງຂັນໄຖນາ-ດຳນາ ໄດ້ມີການເຂົ້າຮ່ວມຂອງກ່ວາ 20 ທິມທີ່ມາຈາກບັນດາຕາແສງໃນເມືອງ ຊື່ງໄດ້ຮຽກຮ້ອງຕ້ອງໃຫ້ມີຄວາມວ່ອງໄວ, ໄຖໃຫ້ຊື່ ແລະ ຮັບປະກັນດ້ານເຕັກນິກ. ຕາມທັດສະນະຂອງຊາວກະສິກອນຫວຽດນາມ ແລ້ວ, ການເລືອກເອົາວັນບຸນລົງທົ່ງໃນໂອກາດຕົ້ນປີ ແມ່ນບໍ່ພຽງແຕ່ໃຫ້ທັນກັບລະດູການເທົ່ານັ້ນ, ຫາກຍັງມີຄວາມໝາຍດ້ານວັດທະນະທຳ ຕິດພັນກັບຮີດຄອງປະເພນີທຳການຜະລິດໃນໂອກາດຕົ້ນປີ ແລະ ກົງກັບມື້ສັນວັນດີ ຈະໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີອີກດ້ວຍ. ຊາວກະສິກອນຈຳນວນໜຶ່ງທີ່ເຂົ້າຮ່ວມງານບຸນດັ່ງກ່າວໄດ້ແບ່ງປັນວ່າ:
    ຂ້າພະເຈົ້າປາດຖະໜາວ່າ ລະດູການເກັບກ່ຽວຈະໄດ້ຮັບຜົນດີ, ປະຊາຊົນຈະມີຄວາມພາກພູມໃຈ
  ໃນໂອກາດຕົ້ນລະດູບານໃໝ່, ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ, ຫວັງວ່າລະດູການໃນທັງປີ ຈະປະສົບຄວາມສະດວກສະບາຍ, ມີປະສິດທິຜົນສູງກ່ວາທຸກໆປີ.
   ສິ່ງພິເສດໃນງານບຸນລົງທົ່ງໃນຕົ້ນລະດູບານໃໝ່ ນັ້ນແມ່ນ ນອກຈາກການແຂ່ງຂັນດຳນາ-ໄຖນາທີ່ເປັນມູນເຊື້ອແລ້ວ, ຂະແໜງອຸດສາຫະກຳ ເມືອງ ໂຟ໋ ອຽນ ແຂວງທ໊າຍງວຽນ ກໍ່ໄດ້ນຳໃຊ້ເຄື່ອງຈັກໃນການປັບປຸງດິນ, ຫວ່ານກ້າ, ດຳນາ ດ້ວຍຄວາມຫວັງວ່າ ຈະຫຼຸດຜ່ອນກຳລັງແຮງງານລົງ ນຳມາເຊິ່ງປະສິດທິພາບສູງກ່ວາໃນລະດູການ. ທ່ານ ບຸ່ຍວັນເລືອງ ປະທານຄະນະກຳມະການເມືອງໂຟ໋ອຽນ ແຂວງທ໊າຍງວຽນ ໃຫ້ຮູ້ວ່າ:
   ປີນີ້ ພວກຂ້າພະເຈົ້າໄດ້ຍູ້ແຮງ ແລະ ມີການຖ່າຍຖອດການນຳໃຊ້ວິທະຍາສາດເຕັກນິກ ແລະ ຫວັງວ່າ ການຈັດງານບຸນ ຈະເປັນການລະດົມກຳລັງໃຈຊາວກະສິກອນ ເພື່ອມີລະດູການເກັບກ່ຽວໃຫ້ໄດ້ຮັບຜົນດີ.

ແຂວງກວາງນິງປຸກລະດົມງານບຸນປູກຕົ້ນໄມ້ (ພາບ: quangninh.gov.vn)
      ພ້ອມກັບງານບຸນລົງທົ່ງໃນຕົ້ນລະດູບານໃໝ່, ໃນຊຸມວັນທີ່ຜ່ານມາ, ງານບຸນປູກຕົ້ນໄມ້ ໂດຍປະທານ ໂຮ່ຈີມິນ ປຸກລະດົມ ມາແຕ່ລະດູບານໃໝ່ປີ 1960 ໄດ້ແຜ່ຂະຫຍາຍອອກສູ່ບັນດາບ້ານ, ຕາແສງ. ນັບແຕ່ທ້າຍເດືອນ 12, ບັນດາໜ່ວຍປູກຕົ້ນໄມ້ຢູ່ຫຼາຍບ້ານ, ຕາແສງ ໄດ້ເລືອກເອົາບັນດາເສັ້ນທາງໃນຕາແສງ, ເສັ້ນທາງລຽບຕາມຄອງເໝືອງ, ເຂດດິນຫວ່າງເປົ່າ….ເພື່ອປູກຕົ້ນໄມ້ໃນໂອກາດຕົ້ນລະດູບານໃໝ່. ຕໍ່ຈາກນັ້ນ ແມ່ນຈັດແບ່ງຜູ້ຂູດຂຸມ, ສົ່ງຄົນໄປເອົາເບ້ຍໄມ້, ແນະນຳດ້ານເຕັກນິກການປູກຝັງ, ບົວລະບັດຕົ້ນໄມ້….ເພື່ອຮອດວັນທີ 4, ທີ 5 ຂອງບຸນເຕັດ, ປະຊາຊົນພ້ອມກັນເຂົ້າຮ່ວມປູກຕົ້ນໄມ້. ຍ້ອນເຫດນັ້ນ, ຢູ່ເຂດບ້ານນາຫຼາຍແຫ່ງ, ຈຶ່ງມີຮົ່ມຂອງຕົ້ນໄມ້ກິນໝາກ, ຕົ້ນໄມ້ຊະນິດຕ່າງໆຢູ່ຕາມເສັ້ນທາງສາຍຕ່າງໆ,  ເສັ້ນທາງລຽບຕາມຄອງເໝືອງ, ໂຮງຮຽນ, ສຸກສາລາ….ທ່ານ ດິນງອັກຈ໊ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກິ໋ມຟ໋າ ແຂວງກວ໋າງນິງ ໃຫ້ຮູ້ວ່າ:
   ນະຄອນ ເກິ໋ມຟ໋າ ໄດ້ຮັກສາງານບຸນປູກຕົ້ນໄມ້ ໃນໂອກາດຕົ້ນລະດູບານໃໝ່ໄດ້ຫຼາຍປີມາແລ້ວ. ພິເສດແມ່ນໃນໂອກາດພັກບຸນເຕັດແລ້ວ, ທາງນະຄອນໄດ້ສົມທົບກັບຂະແໜງຖ່ານຫີນໃນບໍລິເວນແຂວງ ເພື່ອພ້ອມກັນປູກຕົ້ນໄມ້. ນີ້ແມ່ນໜຶ່ງໃນບັນດາຄວາມໝາຍທີ່ໃຫ່ຍຫຼວງ, ນອກຈາກການຮັກສາສິ່ງແວດລ້ອມ, ຮັກສາທິວທັດທຳມະຊາດໃຫ້ສະອາດສວຍງາມແລ້ວ, ກໍ່ແມ່ນເພື່ອຕອບສະໜອງຄຳຮຽກຮ້ອງວັນບຸນປູກຕົ້ນໄມ້ຂອງຂອງປະທານໂຮ່ຈີມິນ ອີກດ້ວຍ.
  ງານບຸນປູກຕົ້ນໄມ້, ງານບຸນລົງທົ່ງ ໄດ້ກາຍເປັນຈຸດວັດທະນະທຳ ທີ່ເປັນມູນເຊື້ອອັນດີງາມ ໃນຕົ້ນລະດູບານໃໝ່ ຂອງຫຼາຍເຂດບ້ານນາຫວຽດນາມ, ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດ-ສັງຄົມ, ຮັກສາສິ່ງແວດລ້ອມຊີວະພາບ, ຊັບພະຍາກອນທຳມະຊາດ ເພື່ອພັດທະນາແບບຍືນຍົງ. ສະນັ້ນ, ລະດູບານໃໝ່ຍັງ ເອີ້ນວ່າ ແມ່ນລະດູການປູກຝັງຂອງເຂດບ້ານນາຫວຽດນາມ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top