
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວໄຂກອງປະຊຸມ
ຕອນເຊົ້າວັນທີ 7 ຕຸລາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນວາລະໄຂ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕາງໜ້າກົມການເມືອງສູນກາງພັກ ບໍລິຫານວາລະປະຊຸມ, ທ່ານ ເຈີນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກໍໄດ້ຂຶ້ນລາຍງານ, ຂໍຄຳເຫັນນຳຄະນະບໍລິຫານງານສູນກາງພັກກ່ຽວກັບໂຄງການດຳເນີນງານຂອງກອງປະຊຸມ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວໄຂກອງປະຊຸມ.
ຕອນບ່າຍວັນດຽວກັນ, ບັນດາຜູ້ແທນເຮັດວຽກຢູ່ຕາມໜ່ວຍ, ປຶກສາຫາລື ກ່ຽວກັບຮ່າງບົດລາຍງານການເມືອງ ແລະ ຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການກໍ່ສ້າງປະເທດຊາດໃນໄລຍະຂ້າມຜ່ານ ກ້າວຂຶ້ນສູ່ສັງຄົມນິຍົມ(ສະບັບເພີ່ມເຕີມ, ຂະຫຍາຍບົດລາຍງານປີ 2011).
(ແຫຼ່ງຄັດຈາກ VOV)