• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຜູ້ແທນກວ່າ 27.500 ຄົນເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດຝຶກອົບຮົບວິຊາສະເພາະວຽກງານເລືອກຕັ້ງ

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບການແນະນຳດ້ານວິຊາສະເພາະວຽກງານເລືອກຕັ້ງ, ລະບຽບຫ້ອງປ່ອນບັດ, ຈັດຕັ້ງກອງປະຊຸມຜູ້ມີສິດເລືອກຕັ້ງ, ແນະນຳຜູ້ສະໝັກເລືອກຕັ້ງ.
ທີ່ກອງປະຊຸມທາງອອນລາຍ. (ພາບ: TTXVN)

ວັນທີ 25 ກຸມພາ, ທີ່ກອງປະຊຸມທາງອອນລາຍທົ່ວປະເທດຝຶກອົບຮົມວິຊາສະເພາະວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໂດຍກະຊວງພາຍໃນຫວຽດນາມ ຈັດຕັ້ງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂໍ້ມູນຂ່າວສານຍົກອອກມາຫຼາຍຈຸດໃໝ່ໃນວຽກງານເລືອກຕັ້ງ, ພິເສດແມ່ນການຈັດກອງປະຊຸມເຈລະຈາຢູ່ເຂດເກີດໂລກລະບາດໂຄວິດ-19, ປະຕິບັດສິດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງຢູ່ເຂດແຍກຕົວ… ກອງປະຊຸມໂດຍມີການເຂົ້າຮ່ວມຂອງການນຳກະຊວງພາຍໃນ, ຜູ້ຕາງໜ້າບາງກະຊວງ, ຂະແໜງການ ແລະ ຜູ້ແທນກວ່າ 27.500 ຄົນໄດ້ເຂົ້າຮ່ວມທາງອອນລາຍຢູ່ບັນດາສະຖານທີ່ເຊື່ອມຕໍ່.

        ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຮັບການແນະນຳດ້ານວິຊາສະເພາະວຽກງານເລືອກຕັ້ງ, ລະບຽບຫ້ອງປ່ອນບັດ, ຈັດຕັ້ງກອງປະຊຸມຜູ້ມີສິດເລືອກຕັ້ງ, ແນະນຳຜູ້ສະໝັກເລືອກຕັ້ງ, ວຽກງານບຸກຄະລາກອນສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top