• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 11

ຄະນະຈັດຕັ້ງໄດ້ມອບ 16 ລາງວັນໃຫ້ແກ່ຜູ້ຂຽນທີ່ດີເດັ່ນ. ໃນນັ້ນ, ຜູ້ຂຽນ ຫງວຽນຮົ່ງຫາຍ (ໜັງສືພິມ ກວນໂດ້ຍເຍິນເຢິນ) ໄດ້ຮັບລາງວັນທີ 1 ດ້ວຍບົດຂຽນທີ່ມີຊື່ວ່າ “ເພິ່ນບໍ່ຢາກເວົ້າກ່ຽວກັບຕົນເອງ”.


ພີທີມອບລາງວັນ

(ພາບ: congluan.vn)


ຕອນຄ່ຳວັນທີ 05 ມິຖຸນາ, ຢູ່່ຮ່າໂນ້ຍ, ໜັງສືພິມ ກວນໂດ້ຍເຍິນເຢິນ (ກອງທັບປະຊາຊົນ) ໄດ້ສົມທົບກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈັດພີທີສະຫຼຸບ ແລະ ມອບລາງວັນການເສັງຂຽນ “ບັນດາແບບຢ່າງລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 11; ປຸກລະດົມການເສັງຂຽນຄັ້ງທີ 12 ແລະ ລາຍການສະແດງສິລະປະດ້ວຍຫົວຂໍ້ “ປະຕິບັດຕາມແບບຢ່າງຂອງລຸງໂຮ່”.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບ 16 ລາງວັນໃຫ້ແກ່ຜູ້ຂຽນທີ່ດີເດັ່ນ. ໃນນັ້ນ, ຜູ້ຂຽນ ຫງວຽນຮົ່ງຫາຍ (ໜັງສືພິມ ກວນໂດ້ຍເຍິນເຢິນ) ໄດ້ຮັບລາງວັນທີ 1 ດ້ວຍບົດຂຽນທີ່ມີຊື່ວ່າ “ເພິ່ນບໍ່ຢາກເວົ້າກ່ຽວກັບຕົນເອງ”.

        ເນື່ອງໃນໂອກາດນີ້, ການເສັງຂຽນຄັ້ງທີ 12 (2020 – 2021) ສືບຕໍ່ໄດ້ຮັບການປຸກລະດົມຕາມທິດເປີດກວ້າງເປົ້າໝາຍ, ຜູ້ໄດ້ຮັບການສ່ອງແສງ; ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນທີ່ເປັນແບບຢ່າງໃນການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈີມິນ…

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top