• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟິມຮູບເງົາກ່ຽວກັບທາດພິດສີສົ້ມຢູ່ຫວຽດນາມຖືກສະເໜີຮັບລາງວັນ Emmy 2016


Philipp Abresch ແລະ Long Thanh
(​ພາບ: DASERSTE.DE)
​      ຟິມຮູບ​ເງົ​າ​ສາ​ລະ​ຄະ​ດີຍາວ 28 ນາ​ທີ 31 ວິ​ນາ​ທີ​ ຂອງ Philipp Abresch (ເຢຍ​ລະ​ມັນ) ທີ່​ມີ​ຊື່​ວ່າ Long Thanh wants to smile (ລອງ​ແທ່ງ ຢາກ​ຫົວ) ຫາກໍ່​ໄດ້​ຮັບ​ການ​ສະ​ເໜີ​​ຮັບລາງວັນ Emmy 2016, ເຊິ່ງ​ແມ່ນ​ລາຍ​ການ​ໂທ​ລະ​ພາບ​ກ່ຽວ​ກັບ​ຂ່າວ​​ຄາວ ແລະ ສະ​ຖາ​ນະ​ການ​ການ​ເມືອງ​ສາ​ກົນ. ໂດຍແມ່ນ 1 ໃນ​ຈຳ​ນວນ 8 ​ກິດ​ຈະ​ກຳ​ທີ່​ໄດ້​ຮັບ​ການ​ສະ​ເໜີ​​ລາງວັນ​ອັນ​ສູງ​ສົ່ງ​ນີ້. ​ຮູບ​ເງົາສາ​ລະ​ຄະ​ດີ​ໄດ້​​ເລົ່​າເຖິງ​ເດັກ​ມີ​ຊື່​ວ່າ ລອງ​ແທ່ງ, ອາ​ຍຸ 15 ປີ. 2 ອ​້າ​ຍ​ນ້ອງ ລ​ອງ​ແທ່ງ ​ຖືກ​ພິ​ການ​ມາ​ແຕ່​ເກີດ​ຍ້ອນ​ພໍ່​ຖືກ​ຕິດ​ທາດ​ພິດ​ສີ​ສົ້ມ​ ແລະ 2 ອ້າຍ​ນ້ອງ​ເກືອບ​ຄື​ວ່າ​ຕົນ​ເອງບໍ​່​ສາ​ມາດ​ເຮັດ​ຫຍັງ​ໄດ້​ເລີຍ. ແຕ່​ລອງ​ແທ່ງ ຍັງ​ພະ​ຍາ​ຍາມ​ບື່ນ​ຕົວ​ຂຶ້ນ​ດຳ​ລົງ​ຊີ​ວິດ​ດ້​ວຍ​ມາ​ນະ​ຈິດ​. ເພື່ອ​ມີ​ບັນ​ດາ​ຮູບ​ເງົ​າ​ທີ່​ແທ້​ຈິງ​ທີ່​ສຸດ, ຄະ​ນະ​ຖ່າຍ​ທຳ​ຮູບ​ເງົາ​ໄດ້​ພົບ​ປະ​ໂດຍ​ກົງ​ກັບ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ເຫັນ​ປະ​ຈັກ​ຕາ​ຄວາມ​ເຈັບ​ປວດ​ຂອງ​ເຂົາ​ເຈົ້າ​ທີ່​ພວມ​ຜ່ານ​ຜ່າ​ໃນ​ແຕ່​ລະ​ມື້, ແຕ່​ລະ​ຊົ່ວ​ໂມງ, ພ້ອມ​ທັງ​ໄ​ປ​ໂຮງ​ໝ​ໍ ຕື່​ຢຸ, ນະ​ຄອນ​ໂຮ່​ຈິ​ມິນ​ ເພື່ອ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ມີ​ຮູບ​ຮ່າງບໍ່​ສົມ​ປະ​ກອບ​ຍ້ອນ​ຖ​ືກ​ຕິດ​ທາດ​ພິດ​ສີ​ສົ້ມ​. ຮູບ​ເງົາ​ສາ​ລະ​ຄະ​ດີ​ທີ່​ຍາດ​ໄດ້​ລາງວັນ​ຈະ​ໄດ້​ຮັບ​ການ​ປະ​ກາດ​ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ໃນ​ວັນ​ທີ 21/09 ຈະ​ມາ​ເຖິງ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top