• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ປະ​ກາດ​ວັນ​ທັກ​ສະ​ແຮງ​ງານ ຫວຽດ​ນາມ

ຕອນເຊົ້າວັນທີ 04 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ  ໄດ້ຈັດຕັ້ງ ພິທີປະກາດວັນທັກສະແຮງງານ ຫວຽດນາມ ແລະ ພິທີໄຂການປະກວດທັກສະວິຊາຊີບລະດັບຊາດຄັ້ງທີ 11 ປີ 2020 ໂດຍທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຂົ້າຮ່ວມ.

ພິທີປະກາດວັນທັກສະແຮງງານ ຫວຽດນາມ (ພາບ: VOV) 

ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ປະຕິບັດພິທີຄ່ຳນັບຊົມເຊີຍວັນທັກສະແຮງງານ ຫວຽດນາມ.

          ກໍນອນໃນຂອບເຂດຂອງລາຍການ ໄດ້ດຳເນີນພິທີໄຂການປະກວດທັກສະວິຊາຊີບລະດັບຊາດປີ 2020 ດຳເນີນແຕ່ວັນທີ 28 ກັນຍາ ຫາວັນທີ 10 ຕຸລາ, ການປະກວດໄດ້ມີການເຂົ້າຮ່ວມຂອງຜູ້ເຂົ້າຮ່ວມ 491 ຄົນ ມາຈາກ 49 ຄະນະ ເຂົ້າຮ່ວມລາຍການແຂ່ງຂັນ 34 ວິຊາຊີບ. ນີ້ແມ່ນຈຳນວນວິຊາຊີບຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດ ປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top