• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອອກເຄຶ່ອນພົນຕອບສະໜອງຂະບວນການຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ

      ຕອນເຊົ້າວັນທີ 9 ມີຖຸນາ, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ສົມທົບກັນຈັດພິທີອອກເຄຶ່ອນພົນໃນທົ່ວປະເທດເພື່ອຕອບສະໜອງຂະບວນການ ຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກເຂົ້າຮ່ວມພິທີປຸກລະດົມ
      ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ເປົ້າໝາຍສູ້ຊົນເຖິງປີ 2025 , ທົ່ວປະເທດຈະບໍ່ນຳໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ.      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ :
      “ ລັດຖະບານໄດ້ຮຽກຮ້ອງປະຊາຄົມວິສາຫະກິດຈົ່ງຍົກສູງຄວາມຮັບຜິດຊອບສັງຄົມ, ພ້ອມກັນຮ່ວມແຮງຮ່ວມໃຈຕ້ານຂີ້ເຫຍື້ອ ຢາງປລາດສຕິດເສດເຫຼືອ. ຕັ້ງໜ້າຈັດປະເພດເພື່ອເກັບເອົາ, ຜະລິດຄືນໃໝ່, ບໍ່ນຳໃຊ້ຖົງຢ່າງ, ຜະລິດຕະພັນປລາດສຕິດໃຊ້ຄັ້ງດຽວ. ບັນດາຮ້ານສັບພະສິນຄ້າ, ພັດຕະຄານ, ໂຮງແຮມ…ບໍ່ນຳໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ. ສົ່ງເສີມຜູ້ໄປຊື້ເຄື່ອງ ຕ້ອງຖືຖົງ, ຜະລິດຕະພັນຫຸ້ມຫໍ່ຂອງຕົນ ທີ່ສາມາດໃຊ້ໄດ້ຫຼາຍເທື່ອ, ນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ທຸກໆຄົນ, ທຸກໆຄອບຄົວ ນັບແຕ່ຈຸດເວລານີ້ ຈົ່ງປະຕິບັດຄຳຂວັນ: ປາສະຈາກຂີ້ເຫຍືຶ້ອ ຢາງປລາດສຕິດເສດເຫຼືອ, ປະກອບສ່ວນປົກປັກຮັກສາສະພາບແວດລ້ອມແຫ່ງຊີວິດໃນວັນນີ້ ແລະ ອະນາຄົດ ”
(ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top