ຂ່າວສານ
ພິທີມອບລາງວັນປະດິດແຕ່ງ ແລະ ໂຄສະນາຜະລິດຕະພັນວັນນະຄະດີສິລະປະ, ສື່ມວນຊົນ ຕາມຫົວຂໍ້ ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ
ຕອນຄໍ່າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບ ບັນດາຄະນະ, ຂະແໜງການ, ໝູ່ຄະນະຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງພິທີ ມອບລາງວັນປະດິດແຕ່ງ ແລະ ໂຄສະນາຜະລິດຕະພັນວັນນະຄະດີສິລະປະ, ສື່ມວນຊົນ ຕາມຫົວຂໍ້ ຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ໄລຍະ 2018 – 2020.
ໃນການເສັງດ່ັງກ່າວ ໄດ້ຮັບບັນດາຜະລິດຕະພັນ, ສໍາເນົາເອກະສານເຂົ້າຮ່ວມເກືອບ 6 ພັນ ຢ່າງ ຂອງສ່ວນບຸກຄົນ ແລະ ໝູ່ຄະນະທັງຢູ່ພາຍໃນ ແລະ ຕ່າງປະເທດ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນ ພິເສດ 2 ລາງວັນ, ລາງວັນ A 11 ລາງວັນ, ລາງວັນ B 42 ລາງວັນ. ນອກຈາກນັ້ນ, ຍັງມີຜະລິດຕະພັນຈໍານວນໜຶ່ງຍາດໄດ້ລາງວັນ C ແລະ ລາງວັນຊົມເຊີຍ.
(ແຫຼ່ງຄັດຈາກ VOV)