• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີກໍ່ສ້າງສຳເລັດ, ມອບຮັບຫໍມິດຕະພາບຫວຽດນາມ-ຈີນ

      ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ, ຕອນບ່າຍວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີກໍ່ສ້າງສຳເລັດ, ມອບຮັບຫໍມິດຕະພາບ ຫວຽດນາມ - ຈີນ ແລະ ເປີດສະຫລອງຫໍວັດທະນະທຳຈີນ ຢູ່ ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານ
ສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີ
      ຫໍມິດຕະພາບ ຫວຽດນາມ - ຈີນ ແມ່ນກິດຈະກຳຂອງນ້ຳໃຈມິດຕະພາບຫວຽດນາມ -ຈີນ. ກິດຈະກຳນີ້ໄດ້ຮັບການປະຕິບັດດ້ວຍແຫລ່ງທຶນຊ່ວຍເຫລືອຫລ້າຂອງລັດຖະບານຈີນ ແລະ ທຶນສົມທົບຂອງຫວຽດນາມ, ໄດ້ຮັບການກໍ່ສ້າງໃນເນື້ອທີ່ກວ່າ 3,3 ເຮັກຕາ. ພາຍຫລັງໄດ້ຮັບການກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການ, ຫໍມິດຕະພາບ ຫວຽດນາມ - ຈີນ ຈະແມ່ນບ່ອນຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ ແລະ ກອງປະຊຸມ, ການ ສຳມະນາ.  
ທີ່ພິທີ, ທ່ານ ເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະ, ແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ແລະ ນັກຮຽນຮູ້, ປັນຍາຊົນຈຳນວນຫນຶ່ງທີ່ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.
 (ແຫຼ່ງຄັດຈາກ VOV)
      

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top