• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນ​າ, ນຳ​ໃຊ້​ພະ​ລັງ​ງານ​ປະລະ​ມາ​ນູ ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ - ສັງ​ຄົມ

ຄວາມຮຽກຮ້ອງຕ້ອງການກ່ຽວກັບເນື້ອໃນຕົ້ນຕໍຂອງການວາງແຜນກຳນົດລວມມີ: ວິໄສທັດພັດທະນາ, ການນຳໃຊ້ພະລັງງານປະລະມານູ, ເປົ້າໝາຍສັງລວມ, ດັດຊະນີລວມຮອດປີ 2030, ວິໄສທັດຮອດປີ 2050.
ໂຮງໝໍເຈິ໊ໄຮ ນະຄອນໂຮ່ຈີມິນນຳໃຊ້ພະລັງງານ ປະລະມານູ ເຂົ້າໃນການປິ່ນປົວ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ອະນຸມັດຜ່ານໜ້າທີ່ສ້າງແຜນກຳນົດພັດທະນາ, ນຳໃຊ້ພະລັງງານປະລະມານູ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ຕາມນັ້ນແລ້ວ, ແຜນກຳນົດຕ້ອງຮັບປະກັນລັກສະນະວິທະຍາສາດ, ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ມີຄວາມເປັນໄປໄດ້ສູງໃນການຜັນຂະຫຍາຍ, ຕອບສະໜອງບັນດາຄວາມຕ້ອງການກ່ຽວກັບການພັດທະນາ, ນຳໃຊ້ພະລັງງານ ປະລະມານູເຂົ້າໃນບັນດາຂະແໜງເສດຖະກິດ - ສັງຄົມ. ນອກຈາກນັ້ນ, ກໍ່ສ້າງບັນດາວິທີການ, ກຳນົດທິດພັດທະນາການນຳໃຊ້ພະລັງງານປະລະມານູ ໃຫ້ເໝາະສົມກັບກຳລັງຄວາມສາມາດຕົວຈິງ ແລະ ແຫຼ່ງກຳລັງຂອງປະເທດຊາດ, ທ່າອ່ຽງພັດທະນາ ແລະ ການເຄື່ອນໄຫວຂອງສະພາບການທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ຄວາມຮຽກຮ້ອງຕ້ອງການກ່ຽວກັບເນື້ອໃນຕົ້ນຕໍຂອງການວາງແຜນກຳນົດລວມມີ: ວິໄສທັດພັດທະນາ, ການນຳໃຊ້ພະລັງງານປະລະມານູ, ເປົ້າໝາຍສັງລວມ, ດັດຊະນີລວມຮອດປີ 2030, ວິໄສທັດຮອດປີ 2050.
(ແຫຼ່ງຄັດຈາກ VOV)

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

FAO ກ່າວ​ເຕືອນ​ຜົນ​ກະ​ທົບ​ເຖິງ​ເຄືອ​ຂ່າຍ​ກະ​ສິ​ກຳ ແລະ ສະ​ບຽງ​ອ​າ​ຫານ​ທົ່ວ​ໂລກ

ວັນ​ທີ 26 ພຶດ​ສະ​ພາ, ຢູ່​ສະ​ໂມ​ສອນ​ໃຫຍ່​ຂອງ​ອົງ​ການ​ອາ​ຫານ ແລະ ​ການກະ​ເສດ ແຫ່ງ ສ​ປ​ຊ (FAO) ຢູ່​ນະ​ຄອນຫຼວງ ຣົມ ຂອງ ອີ​ຕາ​ລີ, ໄດ້​ດຳ​ເນີນ​ເຫດ​ການ​ພິ​ເສດ​ໜຶ່ງ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ລັດ​ຖະ​ບານ ແອັດ​ສະ​ປາຍ, ດ້ວຍ​ຫົວ​ຂໍ້ “ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ໂພ​ຊະ​ນະ​ການ​ພາຍ​ໃຕ້​ກຳ​ລັງ​ກົດ​ດັນ: ຜົນ​ຕາມ​ມາ​ຈາກ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ”.

Top