ຂ່າວສານ
ພັດທະນາການພົວພັນຫວຽດນາມ - ອາເມລິກາ ໃຫ້ໝັ້ນຄົງ, ຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ

ການເຈລະຈາລະຫວ່າງ 2 ຝ່າຍ
ນະທີ່ນີ້, ທ່ານປະທານາທິບໍດີ Donald Trump ຢັ້ງຢືນຖືເປັນສຳຄັນການພົວພັນ ຫວຽດນາມ - ອາເມລິກາ, ຖືເປັນສຳຄັນບົດບາດຂອງ ຫວຽດນາມ ກໍ່ຄືບົດບາດຂອງ ອາຊຽນ ຢູ່ພາກພື້ນ. ອາເມລິກາ ປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງສືບຕໍ່ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ, ຕີລາຄາສູງບັນດາບາດກ້າວຜັນຂະຫຍາຍນະໂຍບາຍຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສຳລັບພາກພື້ນ ອາຊີ - ປາຊີຟິກ ໃນໄລຍະຜ່ານມາ. ການນຳ 2 ທ່ານກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ໝັ້ນຄົງ, ຍາວນານ, ສ້າງສາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ພຽງແຕ່ຮັບໃຊ້ໃຫ້ຜົນປະໂຫຍດຂອງ 2 ປະເທດໃຫ້ດີກ່ວາເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ອາຊີ - ປາຊີຟິກ ແລະ ໃນໂລກອີກດ້ວຍ, ບົນພື້ນຖານເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເຄົາລົບລະບອບການເມືອງຂອງກັນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump ເຫັນດີມານະພະຍາຍາມຊຸກຍູ້ການພົວພັນເສດຖະກິດມີຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ, ຖືການຮ່ວມມືພັດທະນາສືບຕໍ່ແມ່ນຈຸດສຸມໃນການພົວພັນເສດຖະກິດ - ການຄ້າ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ສືບຕໍ່ປະຕິຮູບເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຮ່ວມມືເສດຖະກິດ ການເມືອງ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ ຫວຽດນາມ ແລະ ອາເມລິກາ ແບ່ງປັນບັນດາຜົນປະໂຫຍດລວມຢູ່ ອາຊີ - ປາຊີຟິກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍ ອາເມລິກາ ສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງບັນດາໂຄງປະກອບຄວາມໝັ້ນຄົງ, ເສດຖະກິດພາກພື້ນ, ຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ອາເມລິກາ, ກ່ອນອື່ນໝົດແມ່ນໃນບັນດາກອງປະຊຸມໄລຍະຈະມາເຖິງໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ທ່ານປະທານາທິບໍດີ Donald Trump ຢັ້ງຢືນ ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ, ສະໜັບສະໜູນ ຫວຽດນາມ ຈັດຕັ້ງ APEC 2017 ສຳເລັດຜົນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຄ້າ ອາເມລິກາ

ທ່ານ Wilbur Ross, ລັດຖະມົນຕີກະຊວງການຄ້າ ອາເມລິກາ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນເຊົ້າວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານ Wilbur Ross, ລັດຖະມົນຕີກະຊວງການຄ້າ ອາເມລິກາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການພົວພັນເສດຖະກິດ ການຄ້າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຍ້ອນ 2 ປະເທດມີພື້ນຖານເສດຖະກິດເພີ່ມເຕີມໃຫ້ກັນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ຝ່າຍ ອາເມລິກາ ພິຈາລະນາສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ຄື ໝາກໄມ້, ສິນໃນນ້ຳ… ສຳຜັດກັບຕະຫຼາດ ອາເມລິກາ. ທ່ານລັດຖະມົນຕີ Wilbur Ross ຢັ້ງຢືນຄາດໝາຍລວມຄວນເຕີບໂຕການຄ້າລະຫວ່າງ 2 ຝ່າຍຢ່າງສຸດຂີດບົນພື້ນຖານ ຄວາມດຸນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານລັດຖະມົນຕີ ສະແດງການສະໜັບສະໜູນການພົວພັນ ຫວຽດນາມ - ອາເມລິກາ ພັດທະນາຮອບດ້ານ ແລະ ໝັ້ນຄົງເຂັ້ມແຂງກ່ວາອີກ, ເຫັນດີເປັນເອກະສັນນຳກັນວ່າ 2 ຝ່າຍຄວນເລີ່ມເຄື່ອນໄຫວກົນໄກແລກປ່ຽນກ່ຽວກັບບັນຫາກົດລະບຽບການຕະຫຼາດໃຫ້ແກ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບສະມາຊິກສະພາແຫ່ງຊາດ ອາເມລິກາ ບາງຄົນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບສະມາຊິກສະພາແຫ່ງຊາດ ອາເມລິກາ ບາງຄົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມໂທລະສັບກັບສະມາຊິກສະພາແຫ່ງຊາດ ອາເມລິກາ ບາງທ່ານ
ຕອນເຊົ້າວັນທີ 31 ພຶດສະພາ ຕາມເວລາ ວໍຊິງຕັນ,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບສະມາຊິກສະພາແຫ່ງຊາດຫຼັກແຫຼ່ງບາງຄົນຂອງ 2 ພັກສາທາລະນະລັດ ແລະ ປະຊາທິປະໄຕ. ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບລະບອບການເມືອງຂອງກັນ, ສະໜັບສະໜູນໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືການຄ້າ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດ ອາເມລິກາ ໜູນຊ່ວຍເພື່ອໃຫ້ບັນດາຜະລິດຕະພັນກະເສດ, ໝາກໄມ້, ສິນໃນນ້ຳຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ບັນດາວິວັດທະນາການການທູດນິຕິທຳ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).
(ແຫຼ່ງຄັດຈາກ VOV)