• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ

ຕອນບ່າຍວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບນັກຮົບເກົ່າ ທະຫານພິເສດ - ເຊິ່ງເປັນຜູ້ຄົນທີ່ໄດ້ມີການອຸທິດສ່ວນຫຼາຍຢ່າງໃຫ້ແກ່ພາລະກິດຕໍ່ສູ້ປົດປ່່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ການພົບປະ

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍຈົດຈໍາ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການເສຍສະຫຼະ, ການອຸທິດສ່ວນອັນໃຫຍ່ຫຼວງ ຂອງນັກຮົບເກົ່າຫວຽດນາມລຸ້ນຕ່າງໆ ໃນສົງຄາມຕໍ່ຕ້ານຕ້ານສັດຕູຜູ້ຮຸກຮານຄັ້ງຕ່າງໆ, ໃນການປະຕິບັດໜ້າທີ່ສາກົນ ແລະ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ພັກ, ລັດ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດວຽກງານຮັບປະກັນສິດແລະຜົນປະໂຫຍດຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດເປັນຢ່າງດີ, ໃນນັ້ນ ມີການປະຕິບັດນະໂຍບາຍສໍາລັບນັກຮົບເກົ່າ ກໍຄື ການເຄື່ອນໄຫວຂອງບັນດາສະຫະສະມາຄົມ, ອົງການຈັດຕັ້ງຂຶ້ນກັບສະມາຄົມນັກຮົບເກົ່າຫວຽດນາມ. ບັນດາແຜນນະໂຍບາຍ, ນະໂຍບາຍບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີ ກໍໄດ້ຮັບການປະກາດໃຊ້. 
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top