• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ​ກອມ​ມູ​ນິດ ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ຊຸກ​ຍູ້​ການ​ຮ່ວມ​ມື

ໃນຂອບເຂດການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ວັນທີ 20 ກັນຍາ ຕາມເວລາ ຫວຽດນາມ, ທ່ານ ເຈືອງກວາງຮວ່າຍນາມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບການນຳຄະນະພັກພົວພັນຕ່າງປະເທດສູນກາງພັກກອມມູນິດ ກູບາ ຊຶ່ງລວມມີທ່ານ Angel Arzuga Reyes, ຮັກສາການຫົວໜ້າຄະນະ ແລະ ທ່ານ Juan Carlos Marsan - ຮອງຫົວໜ້າຄະນະ.

ສອງຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງພັກ ໄລຍະ 2018 – 2023, ໃນນັ້ນມີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງກອງປະຊຸມສຳມະນາທິດສະດີຄັ້ງທີ 5, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງການພົບປະຄັ້ງປະຫວັດສາດລະຫວ່າງທ່ານປະທານ Raul Castro ກັບທ່ານປະທານ ໂຮ່ຈີມິນ ຄົບຮອບ 55 ປີ (1966 – 2021).

        ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງຈຳນວນ 100.000 ອັນ ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ກູບາ.

ການນຳສອງປະເທດເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ (ພາບ: TTXVN)

ກໍໃນຂອບເຂດການເຄື່ອນໄຫວດັ່ງກ່າວ, ຕອນເຊົ້າວັນທີ 20 ກັນຍາ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງສື່ສານ ກູບາ Mayra Arevich Marin. ລັດຖະມົນຕີສອງທ່ານກໍເຫັນດີຈະເພີ່ມທະວີການຮ່ວມມືບຳລຸງສ້າງ, ຍົກສູງກຳລັງຄວາມສາມາດກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ, ການປ້ອງກັນພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສຳຄັນ, ການຮັບມື ແລະ ແກ້ໄຂເຫດຕິດຂັດທາງຄອມພິວເຕີ.  ລັດຖະມົນຕີສອງທ່ານກໍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ວ່າດ້ວຍແຜນການຮ່ວມມືກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານໃນໄລຍະ 2021 – 2025.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ BRICS ຄັ້ງ​ທີ 18

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​​ດຳ​ເນີນ​ແຕ່​ວັນ​ທີ 12 – 13 ກັນ​ຍາ, ມີ​ຄວາມ​ໝາຍ​ສຳ​ຄັນ​ທັງ​ດ້ານຫຼາຍ​ຝ່າຍ ແລະ ສອງ​ຝ່າຍ, ຍົກ​ສູງ​ບົດ​ບາດ, ຖາ​ນະບົດ​ບາດ, ປະ​ກອບ​​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ຕໍ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ແລະ ອະ​ນາ​ຄົດ​ຂອງ​ພາກ​ພື້ນ ແລະ ໂລກ.

Top