• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ​ກອມ​ມູ​ນິດ​ສາ​ກົນ ສື​ບ​ຕໍ່​ສົ່ງ​ຈົດ​ໝາຍ, ສານອວຍ​ພອນ​ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ໄລ່ຮອດວັນທີ 26 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຮັບຈົດໝາຍ, ສານອວຍພອນ 298 ສະບັບ ຈາກ 149 ພັກ, 06 ອົງການການຈັດຕັ້ງພາກພື້ນ ແລະ ສາກົນ, 93 ອົງການມິດຕະພາບ, ປະຊາຊົນ , 25 ຄະນະທຸຕານຸທູດ, 16 ສ່ວນບຸກຄົນ ຈາກ 92 ປະເທດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ (ພາບ:dangcongsan.vn)

ໃນສານສະບັບຕ່າງໆທີ່ສົ່ງມາຍັງ ພັກກອມມູນິດ ຫວຽດນາມ ລ້ວນແຕ່ສະແດງຄວາມສົນໃຈຢ່າງເລິກເຊິ່ງ ແລະ ສົ່ງຄຳອວຍພອນແກ່ກອງປະຊຸມໃຫຍ່ຄັ້ງນີ້. “ພາຍໃຕ້ການຊີ້ນຳ, ນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງ ແລະ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ແລະ ມີອິດທິພົນຊື່ສຽງສູງບົນເວທີສາກົນ.” ນີ້ແມ່ນຄຳຢັ້ງຢືນຂອງພັກກອມມູນິດ ສະຫະພັນລັດເຊຍ ທີ່ໄດ້ລະບຸໃນສານອວຍພອນ ສົ່ງເຖິງພັກກອມມູນິດ ຫວຽດນາມ. ສ່ວນໃນສານອວຍພອນຂອງພັກ ກອມມູນິດ ອິນເດຍ ໄດ້ມີຕອນຂຽນວ່າ: ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນເວທີສາກົນ, ພາກພື້ນ ແລະ ໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນໂລກ. ນອກນັ້ນ, ພັກກອມມູນິດ ອັງກິດ ໄດ້ຢັ້ງຢືນວ່າ ການໜູນຊ່ວຍ ຂອງ ພັກກອມມູນິດ ຫວຽດນາມ ທີ່ມີຕໍ່ບັນດາປະເທດ ແລະ ພັກກອມມູນິດ ອື່ນໆ, ເພື່ອນມິດສາກົນນັ້ນ ໄດ້ສະແດງໃຫ້ເຫັນມູນເຊື້ອອັນດີງາມຂອງນ້ຳໃຈສາມັກຄີ ສາກົນ. ເນື່ອງໃນໂອກາດນີ້, ພັກກອມມູນິດ ອາເມລິກາ ກໍໄດ້ສົ່ງສານອວຍພອນມາຍັງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ ແລະ ຢັ້ງຢືນວ່າ “ໃນຖານະເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນປີ 2020, ຫວຽດນາມ ແມ່ນສຽງເວົ້າຂອງສະຖຽນລະພາບ ແລະ ສັນຕິພາບໃນໂລກ”.
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top