• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19 ດ້ວຍຂອບຂະໜາດໃຫຍ່

      ຕອນເຊົ້າວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມພ້ອມກັບການນຳກະຊວງປ້ອງກັນປະເທດຕິດຕາມການຝຶກຊ້ອມ (ພາບ: VGP)
      ເນື້ອໃນການຝຶກຊ້ອມດ້ວຍການຮັບມືຕໍ່ກໍລະນີມີການລະບາດຢູ່ໃນລະດັບ 2 ເຊິ່ງມີ 20 ຄົນຕິດພະຍາດຈົນຮອດ ລະດັບ 5 ພະຍາດ Covid - 19 ໄດ້ແຜ່ລະບາດອອກສູ່ວົງຄະນະຍາດ ໂດຍມີຜູ້ຕິດເຊື້ອແຕ່ 3000 ຄົນ - 30.000 ຄົນ ແລະ ການສັນຕິຖານ ພະຍາດໄດ້ແຜ່ລະບາດເຂົ້າສູ່ບາງກົມກອງຂອງກອງທັບ.
            ກ່າວຄຳເຫັນທີ່ການຝຶກຊ້ອມ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຍ້ອງຍໍຊົມເຊີຍ ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນຂອງກອງທັບນັບແຕ່ໂລກລະບາດ Covid - 19 ຫາກໍ່ເກີດຂຶ້ນແຕ່ຫົວທີ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກໍ່ຊີ້ແຈ້ງເຖິງຄວາມຮຽກຮ້ອງ 5 ຢ່າງ: ບໍ່ໃຫ້ໂລກພະຍາດແຜ່ລະບາດ; ບໍ່ໃຫ້ຖັນແຖວແພດໝໍຕິດແປດໃສ່ຜູ້ຕໍ່ໆໄປ, ຫຼຸດຜ່ອນການຕາຍຂອງຜູ້ຕິດເຊື້ອໃຫ້ຢູ່ໃນລະດັບຕ່ຳສຸດ, ບໍ່ປະໃຫ້ມີການແຕກຕື່ນໃນສັງຄົມ, ບໍ່ປະໃຫ້ມີຜົນສະທ້ອນບໍ່ດີເຖິງການພັດທະນາເສດຖະກິດ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top