
ຮູບປັ້ນສັດທີ່ເຮັດດ້ວຍທອງ, ຫ່າງຈາກນີ້ ປະມານ 2.500 ປີ, ຄົ້ນເຫັນທີ່ ຢົກຈົ່ວ, ເມືອງ ເຕິນອວຽນ, ແຂວງ ບິ່ງເຢືອງ
ເມື່ອປີ 1977, ຂຶ້ນກັບວັດທະນະທຳ ໂດ່ງນາຍ.

ລູກທະນູທີ່ເຮັດດ້ວຍທອງ ແລະ ຫີນ, ຫ່າງຈາກນີ້ 2.500-2.000 ປີ, ຄົ້ນເຫັນທີ່ຕາແສງ ໂກລວາ, ເມືອງ ດົງແອງ, ຮ່າໂນ້ຍ.

ຕົວແບບເຮືອນທີ່ໄດ້ກໍ່ດ້ວຍດິນເຜົາ, ແຕ່ສະຕະວັດທີ 1-3, ໄດ້ທ່ານ Bezacier ຄົ້ນເຫັນຢູ່ ເກົ່າໄຢ,
ຮ່າໂນ້ຍ ເມື່ອເດືອນ ມີນາ 1936.

ໄຫໃຫຍ່ທີ່ເຮັດດ້ວຍທອງ, ແຕ່ສະຕະວັດທີ 1-3, ຄົ້ນເຫັນຢູ່ ເມືອງ ຝູ໋ຊວຽນ, ຮ່າໂນ້ຍ.

ມູມໜຶ່ງທີ່ວາງສະແດງຮູບປັ້ນດ້ວຍຫີນຂອງ ຈຳບາ ໃນຫວ່າງເວຫາຂອງ
“ຂອງປະເສີດຂອງຂະແໜງ ບູຮານຄະດີ ວິທະຍາ ຫວຽດນາມ”.

ຮູບປັ້ນສິງໂຕເຮັດດ້ວຍຫີນ, ແຕ່ສະຕະວັດທີ 12-13, ຄົ້ນເຫັນທີ່ ທາບເໝີມ, ແຂວງ ບິ່ງດິ້ງ, ຂຶ້ນກັບວັດທະນະທຳ ຈຳບາ.

Shiva yogi ທີ່ເຮັດດ້ວຍ ຫີນ, ແຕ່ສະຕະວັດທີ 12-13, ຄົ້ນເຫັນທີ່ ທາບເໝີມ, ແຂວງ ບິ່ງດິ້ງ ເມື່ອປີ 2011,
ຂຶ້ນກັບວັດທະນະທຳ ຈຳບາ.

Linga ທີ່ເຮັດດ້ວຍຫີນແຂ້ວໜູມານ, ແຕ່ສະຕະວັດທີ 8-9, ຄົ້ນເຫັນທີ່ເມືອງ ກາດຕຽນ, ແຂວງ ເລີມດົ່ງ.

(ແຕ່ຊ້າຍຫາຂວາ) ໂຖ ຕີ່ບ່າ, ຮູບປັ້ນແມ່ຍິງຂຶ້ນກັບຊົ້ນຊັ້ນ ຂຸນນາງ, ການຳ້ (ເຮັດດ້ວຍເຄື່ອງປັ້ນດິນເຜົາ ຮວາລາມ),
ຂຶ້ນກັບສະໄໝເຈົ້າຊີວິດ ເລ, ສະຕະວັດທີ 15. ຄົ້ນເຫັນໃນກຳປັ່ນເກົ່າລຳໜຶ່ງ ຢູ່ ກູ່ລາວຈ່າວ,
ໂຮ້ຍອານ, ກວາງນາມ ເມື່ອປີ 1997-2000. |