• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ອຳນວຍການໃຫຍ່ WHO ກ່າວເຕືອນໂລກລະບາດ Covid – 19 ຍັງສືບຕໍ່ແຜ່ລະບາດ

      ໂລກລະບາດ Covid – 19 ຍັງຄົງສືບຕໍ່ແຜ່ລະບາດ ແລະ ຜົນກະທົບຂອງມັນຈະຄົງຕົວໃນໄລຍະຫຼາຍສີບປີຈະມາເຖິງ. 

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) (ພາບ: TTXVN) 
      ຕາມຖະແຫຼງການຂອງ ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ທີ່ໄດ້ຍົກອອກມາໃນວັນທີ 22 ມິຖຸນາ ຢູ່ກອງປະຊຸມຂັ້ນສູງທາງອອນລາຍແລ້ວ, ໂລກລະບາດ Covid – 19 ບໍ່ພຽງແຕ່ແມ່ນວິກິດການທາງດ້ານສາທາລະນະສຸກເທົ່ານັ້ນ, ຫາກແມ່ນວິກິດການທາງດ້ານເສດຖະກິດ, ວິກິດການທາງສັງຄົມ ແລະ ຢູ່ຫຼາຍປະເທດ ກໍ່ຍັງແມ່ນວິກິດການທາງດ້ານການເມືອງ ອີກດ້ວຍ. ໄພນາບຂູ່ຍິ່ງໃຫຍ່ທີ່ສຸດສຳລັບໂລກບໍ່ພຽງແຕ່ແມ່ນ ເຊື້ອໄວຣັດ SARS – CoV – 2 ເທົ່ານັ້ນ, ຫາກຍັງແມ່ນ ການຂາດນ້ຳໃຈຄວາມສາມັກຄີ ແລະ ການຊີ້ນຳ - ນຳພາທົ່ວໂລກ”. ທ່ານ Tedros Adhanom Ghebreyesus ໄດ້ຢັ້ງຢືນວ່າ “ໃນພວກເຮົາບໍ່ມີຜູ້ໃດມີຄວາມປອດໄພຈົນຮອດເວລາ ພວກເຮົາທັງໝົດຈະລ້ວນແຕ່ມີຄວາມປອດໄພ”
        ໃນອາທິດກ່ອນ, WHO ໄດ້ກ່າວເຕືອນໄລຍະໃໝ່ແລະ ຄວາມອັນຕະລາຍຂອງ ໂລກລະບາດ Covid – 19 ໃນສະພາບການທີ່ຫຼາຍປະເທດໄດ້ມີການຜ່ອນຜັນບັນດາມາດຕະການປິດເມືອງໂດຍໄວ ໂດຍບໍ່ຫົວຊາຕໍ່ການແຜ່ລະບາດຂອງໂລກລະບາດ.
 (ແຫຼ່ງຄັດຈາກ VOV)
 

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top