• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ມີສິດເລືອກຕັ້ງມີຄວາມປາດຖະໜາວ່າ ອາຍຸການສະພາແຫ່ງຊາດຊຸດນີ້ ຈະມີການປ່ຽນແປງໃໝ່, ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ປະຊາຊົນ

      ຜູ້ມີສິດເລືອກຕັ້ງ ບຸ່ຍທິອານ, ອະດີດສະມາຊິກສະພາແຫ່ງຊາດຊຸດທີ XIII ເຊື່ອໝັ້ນວ່າ, ສະມາຊິກສະພາແຫ່ງຊາດຊຸດໃໝ່ - ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ ຈະປຶກສາຫາລື ແລະ ຕົກລົງບັນດາບັນຫາສຳຄັນທີ່ສຸດຂອງປະເທດຊາດ; ສ້າງບັນດາປະມວນກົດໝາຍ ທີ່ມີລັກສະນະກຳນົດທິດເພື່ອພັດທະນາເສດຖະກິດ - ສັງຄົມ. 
ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)
      ພິທີໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ດຳເນີນໃນຕອນເຊົ້າວັນທີ 20 ກໍລະກົດ ແລະ ໄດ້ຮັບຄວາມສົນໃຈຕິດຕາມຈາກຜູ້ມີສິດເລືອກຕັ້ງຫຼາຍຄົນໃນທົ່ວປະເທດ ແລະ ເຂົາເຈົ້າກໍຢາກຝາກຝັງຄວາມມຸ່ງມາດປາດຖະໜາ ກໍຄື ຕັ້ງຄວາມຫວັງວ່າ ສະພາແຫ່ງຊາດຊຸດໃໝ່ ຈະມີການປ່ຽນແປງໃໝ່ຫຼາຍຢ່າງ ແລະ ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ຜູ້ມີສິດເລືອກຕັ້ງ ບຸ່ຍທິອານ, ອະດີດສະມາຊິກສະພາແຫ່ງຊາດຊຸດທີ XIII ເຊື່ອໝັ້ນວ່າ, ສະມາຊິກສະພາແຫ່ງຊາດຊຸດໃໝ່ - ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ ຈະປຶກສາຫາລື ແລະ ຕົກລົງບັນດາບັນຫາສຳຄັນທີ່ສຸດຂອງປະເທດຊາດ; ສ້າງບັນດາປະມວນກົດໝາຍ ທີ່ມີລັກສະນະກຳນົດທິດເພື່ອພັດທະນາເສດຖະກິດ - ສັງຄົມ. ສຳຄັນທີ່ສຸດ ແມ່ນປະຕິບັດຖືກຕ້ອງຕາມເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານກ່າວວ່າ:
            “ດ້ວຍເປົ້າໝາຍ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເປື້ອງຫຼັງສິ່ງດັ່ງກ່າວໄດ້ວາງອອກຄວາມທ້າທາຍທີ່ໃຫຍ່ຫຼວງຕໍ່ບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຮັບການເລືອກຕັ້ງ, ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມຝາກຝັງຂອງປະຊາຊົນ ສະນັ້ນ ຕ້ອງປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງສຸດຂີດຂ້າພະເຈົ້າຫວັງວ່າ ບັນດາສະຫາຍຈະປະຕິບັດຖືກຕ້ອງຕາມຄຳໝັັ້ນສັນຍາເຊິ່ງບັນດາສະຫາຍໄດ້ໝັ້ນໝາຍຕໍ່ຜູ້ມີສິດລືອກຕັ້ງ”.
            ນາງ ຟ້າມທິບິກລຽນ, ຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈິງ, ຮ່າໂນ້ຍ ປາດຖະໜາວ່າ:
            “ຜ່ານບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຂ້າພະເຈົ້າ ມີຄວາມເຊື່ອໝັ້ນຕໍ່ຜູ້ນຳທຸກທ່ານໃນອາຍຸການໃໝ່ນີ້ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງມີປະຊາຊົນຫຼາຍຄົນ ລ້ວນແຕ່ມີຄວາມເຊື່ອໝັ້ນຄືແນວນັ້ນຂ້າພະເຈົ້າກໍເຫັນດີນຳທ່ານນາຍົກລັດຖະມົນຕີໃນໄລຍະຜ່ານມາ ເຖິງວ່າຍັງປ້ອງກັນຕ້ານໂລກລະບາດ ແຕ່ກໍຍັງຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານທຸກຄົນບໍ່ໃຫ້ຜູ້ໃດຖືກອິດຫີວຂ້າພະເຈົ້າເຫັນວ່າ ເພິ່ນໄດ້ມີການບໍລິຫານຢ່າງຖືກຕ້ອງ ແລະ ເໝາະສົມທີ່ສຸດ”.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top