• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ທີ່ເຊື່ອຖືສາດສະໜາອິດສະລາມຍາມໃດກໍ່ສາມັກຄີຜູກພັນກັນໃນກຸ່ມກ້ອນມະຫາສາມັກຄີທົ່ວຊາດ


ທ່ານ​ນາງຮອງ​ປະ​ທານ ເຈືອງ​ທິ​ຫງອ​ກ​ແອ໋ງ ຕ້ອນ​ຮັບ​ຄະ​ນະ
(ພາບ:daidoanket.vn)
 
​      ໃນ​ວັນ​ທີ 17/8, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ  ບັນ​ດາ​ປະ​ຊາ​ຄົມ​ອິດ​ສະ​ລາມ ຫວຽດ​ນາມ ​ຈາກ​ ​ແຂວງນິງ​ຖ້ວນ, ໄຕ​ນິງ ແລະ ນະ​ຄອນ​ໂຮ່​ຈີ​ມິນ​ ໄດ້ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ກັບ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຫວຽດ​ນາມ. ຊຸມ​ປີ​ຜ່ານ​ມາ, ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ, ​ສາ​ສະ​ນິກ​ກະ​ຊົນ​ຊາວ​ເປົ່າ​ຈຳ​ ຜູ້​ເຊື່ອ​ຖື​ສາດ​ສະ​ໜາ​ ຍາມ​ໃດກໍ່​ປະ​ຕິ​ບັດ​ທຸກ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ ແລະ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ດີ​ພໍ​ສົມ​ຄວນ ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ​ບັນ​ດາ​ຂະ​ບວນ​ການ ໂດຍ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຫວຽດ​ນາມ ປຸກ​ລະ​ດົມ; ຈັດ​ຕັ້ງ​ປະ​ຊາ​ຄົມ​ຄຸ້ມ​ຄອງ​ເອງ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊາດ​; ຕ​ັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ໜູນ​ຊ່ວຍ​ຊີ​ວິດ​ສັງ​ຄົມ ເພື່ອ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່ ​​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ເປັນ​ປົກ​ກະ​ຕິ​ເທື​່ອ​ລະ​ກ້າວ, ປະ​ກອບ​ສ່ວນ​ເຂົ້າ ​ໃນ​ການກໍ່​ສ້າງ​ກຸ່ມ​ກ້ອນ​ມະ​ຫາສາ​ມັກ​ຄີ​​ທົ່ວປວງ​ຊົນ​ທັງ​ຊາດ.
        ທີ່​ການ​ຕ້ອ​ນ​ຮັບ​ຄະ​ນະ​, ທ່ານ ນາງ ເຈືອງ​ທິ​ຫງ໋ອກແອ໋ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຫວຽດ​ນາມ ຮັບ​ຮູ້​ເຖິງ​ບັນ​ດາ​ການ​ປະ​ກອບ​ສ່ວນ ​ຢ່າງ​ຕັ້ງ​ໜ້າ ຂອງ​ບັນ​ດາ​ປະ​ຊາ​ຄົມ​ອິດ​ສະ​ລາມ​ຫວຽດ​ນາມ ​ໄລ​ຍະ​ຜ່ານ​ມາ; ພ້ອມ​ທັງ​ສະ​ເໜີ ​ບັນ​ດາ​ອົງ​ການ​ອິດ​ສະ​ລາມ​ຫວຽດ​ນາມ ພ້ອມ​​ກັບ​ຜູ້​ທີ່​ມີ​ຍົດ​ຖາ​ບັນ​ດາ​ສັກ, ​ຜູ້​ເຊື່ອ​ຖື​ສາດ​ສະ​ໜາ​ອິດ​ສະ​ລາມ ຍາມ​ໃດ​ກໍ່​ສາ​ມັກ​ຄີ​​ຜູກ​ພັນ​ກັນ​ໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​​ທັງ​ຊາດ; ສືບ​ຕໍ່​ຮັກ​ສາ​, ເສີມ​ຂະ​ຫຍາຍມູນ​ເຊື້ອ​ອັນ​ດີ​ງາມ ​ຂອງ​ບັນ​ດາ​ສາດ​ສະ​ໜາ​ຫວຽດ​ນາມ, “ ​ສ້າງ​ການ​ດຳ​ລົງ​ຊີ​ວິດ ແລະ ສາດ​ສະ​ໜາໃຫ້​ດີ​​ງາມ”, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ; ຮ່ວມ​ເດີນ​ທາງ​ພ້ອມ​ຊາດ​ໃນ​ຍຸກ​ສະ​ໄໝ​​ໃໝ່.
 (ແຫຼ່ງຄັດຈາກ VOV)
                                                                                            

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top