• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜັນຂະຫຍາຍຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ

ມາຮອດປັດຈຸບັນ, ທົ່ວປະເທດມີຄົນພິການ 75.000 ຄົນໄດ້ຈົດທະບຽນຜ່ານຊອບແວຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ແຂວງ ກວາງບີງ ແລະ ບີງດິ້ງ, ໃນນັ້ນ ມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກກ່ວາ 12%.

ຜັນຂະຫຍາຍຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ (ພາບ: baovanhoa.vn)

ອີງໃສ່ການສົມທົບລະຫວ່າງສູນສາກົນ, ບໍລິສັດຊອບແວ ຈີ໊ນາມ ແລະ ກົມອຸປະກະລະສັງຄົມ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ), ຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ຮັບການຜັນຂະຫຍາຍຢູ່ 318 ຕາແສງ ທີ່ຂຶ້ນກັບແຂວງ ກວາງບີງ ແລະ ແຂວງ ບີງດິ້ງ ນັບແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ ປີ 2019. ທ່ານ ເຈິ່ນແກງຕຸ່ງ, ຫົວໜ້າພະແນກວຽກງານສັງຄົມ, ກົມອຸປະກະລະສັງຄົມ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:

        “ກ່ຽວກັບແຜນການໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຄົ້ນຄວ້າ, ສ້າງກອບກົດໝາຍ, ນະໂຍບາຍໃນການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ຄົນພິການໃຫ້ສຳເລັດ. ໜູນຊ່ວຍສະໜອງການບໍລິການສາທາລະນະສຸກ ແລະ ຟື້ນຟູສະມັດຕະພາບກ່ຽວກັບວຽກງານສັງຄົມ ບົນພື້ນຖານກວດກາຄືນໃໝ່, ເກັບກຳເອົາຂໍ້ມູນຂ່າວ. ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານ, ພາລະກອນ, ຜູ້ຮ່ວມງານກ່ຽວກັບວຽກງານສັງຄົມ.

 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top