• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງຊີວິດທາງດ້ານວັດຖຸ, ຈິດໃຈຜ່ານການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ


ການ​ເຈ​ລະ​ຈາ​ໃນ​ວັນ​ທີ 3/4
(ພາບ: ຢ​ູຍ​ບ໋າວ/ລາວ​ໂດ້ງ​ຖູ​ໂດ)
      ​ວັນ​ທີ 3/4, ຄະ​ນະກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເຈ​ລະ​ຈາກັບ​ອົງ​ການສະ​ມາ​ຊິກ, ຈ​ັດ​ແບ່ງວຽກ​ງານ​ການ​ປະ​ຕິ​ບັດບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີກໍ່​ສ້າງ​ຊ​ົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ”. ການ​ເຈ​ລະ​ຈາ​​ໄດ້ສົມ​ທົບ​ກັ​ນ​ຈັດ​ຕັ້ງ​ລະ​ຫວ່າງ​ບັນ​ດາ​ຝ່າຍເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ເພື່ອ​ປະ​ຕິ​ບັດ​ການ​ຂົນ​ຂວາຍ​ບົນ​ພື້ນ​ຖານ​​ເສີ​ມຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແຕ່​ລະ​ອົງ​ການ​ສະ​ມາ​ຊິກ. ​ທີ່​ກອງ​ປະ​ຊຸມ, ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ແນະ​ນຳ​ການ​ເຈ​ລະ​ຈາ​ສົມ​ທົບກັນ​ປະ​ຕິ​ບັດ​​ບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີກໍ່​ສ້າງ​ຊ​ົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ”, ທ່ານ​ ເລ່ວ​ຫວູ​ດ່ຽວ, ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:
        “ເພື່ອກໍ່​ສ້າງ​ບັນ​ດາ​ໜ່ວຍ​​ສະ​ຫະ​ກອນ ກ່ອນ​ອື່ນ​ໝົດ​ຕ້ອ​ງ​ມີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ຄອ​ບ​ຄົວ​ນຳ​ກັນ. ຈຸດ​ສຸມ​ແມ່ນ​ບັນ​ດາ​ຄອບ​ຄົວ​​ຊາວກະ​ສິ​ກອນເກັ່ງ ຈາກນັ້ນ​ຈຶ່ງ​ສ້າງ​ຕັ້ງ​ບັນ​ດາ​ໜ່ວຍ​ສະ​ຫະ​ກອນ. ເມື່ອ​​ໜ່ວຍ​ສະ​ຫະ​ກອນ​ຮ່ວມ​ສຳ​ພັນ, ຕິດ​ພັນ​ນຳ​ກັນ​​ແລ້ວ ນີ້​ຈ​ະ​ແມ່ນ​ປ​ະ​ຖົມ​ປັ​ດ​ໄຈ​ພັດ​ທະ​ນາ​​ເປັນສະ​ຫະ​ກອນ. ຖ້າ​ບໍ່​ມີ​ໜ່ວຍ​ສະ​ຫະ​ກອນ ​ການສ້າງ​ຕັ້ງ​ສະ​ຫະ​ກອນ​ທົ່ວ​ຕ​າ​ແສງ ​ຍັງຈະ​ແມ່ນ​ຮູບ​ແບບ​​ເກົ່າ. ບັນ​ດາ​ຮູບ​ແບບ​ການກໍ່​ສ້າງ​ບົນ​ພື້ນ​ຖານ​​ຄວາມ​ສະ​ສະ​ໝັກ​ໃຈ ເພື່ອ​ຜົນ​ປະ​ໂຫຍດ ​ຂອງເຂົາ​ເຈົ້າ​ຮ່ວມ​ສຳ​ພັນ​ນຳ​ກັນ ຄື​ແນວນັ້ນ​ສະ​ຫະ​ກອນ​ຈຶ່ງ​ຍືນ​ຍົງ​ໄດ້”.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top