• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືວິທີການເລີ່ມເຄື່ອນໄຫວການທ່ອງທ່ຽວຄືນໃໝ່

      ຕອນເຊົ້າວັນທີ 14 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ, ທ່ອງທ່ຽວ ແລະ ກະຊວງຄົມມະນາຄົມ, ຂົນສົ່ງ ກ່ຽວກັບວິທີການເລີ່ມເຄື່ອນໄຫວການທ່ອງທ່ຽວຄືນໄໝ່ໃນໄລຍະຈະມາເຖິງ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ: ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຄວນເປັນເອກະພາບກັບແຂວງຕ່າງໆ ທີ່ຄາດຄະເນຜັນຂະຫຍາຍການທົດລອງການທ່ອງທ່ຽວ ເພື່ອກະກຽມເງື່ອນໄຂຢ່າງລະອຽດໃນການຕ້ອນຮັບແຂກທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກະຊວງຄົມມະນາຄົມຂົນສົ່ງ ຄວນປະກາດໃຊ້ຂໍ້ແນະນຳ, ຂໍ້ກຳນົດກ່ຽວກັບເງື່ອນໄຂການເຂົ້າຮ່ວມ Tour ທ່ອງທ່ຽວ ແລະ ໃນການໄປມາຂອງ Tour ທ່ອງທ່ຽວຕ່າງໆໂດຍໄວ, ພິເສດ ແມ່ນລາຍການ ທີ່ກ່ຽວຂ້ອງເຖິງທາງລົດໄຟ, ທາງການບິນ, ດ້ວຍຈິດໃຈເປີດການທ່ອງທ່ຽວດ່ວນນັ້ນ ແຕ່ຕ້ອງຮັບປະກັນຄວາມປອດໄພ ຮັບມືຢ່າງຄ່ອງຕົວ ແລະ ມີໄຫວພິບ, ຄວບຄຸມຢ່າງມີປະສິດທິຜົນ. ທ່ານກ່າວວ່າ:
      ໃນຂໍ້ແນະນຳກ່ຽວກັບທາງບົກນັ້ນ ຕ້ອງເອົາໃຈໃສ່ວ່າ ການຂົນສົ່ງແຂກທ່ອງທ່ຽວຕ້ອງໄປຕາມ Tour, ຜູ້ທີ່ຢູ່ໃນລົດຕ້ອງຮູ້ວ່າ ຈະໄປລົງຢູ່ໃສ, ຮູ້ຈັກຄວາມປອດໄພລ່ວງໜ້າກ່ຽວກັບການເດີນທາງ, ຮັບປະກັນການປະຕິບັດຂໍ້ກຳນົດຂອງບ່ອນບໍ່ມີຜູ້ຕິດເຊື້ອ (ເຂດຂຽວ). ຄວນມີການແນະນຳ ເຮັດແນວໃດ ເພື່ອໃຫ້ບໍລິສັດທ່ອງທ່ຽວ ລ້ວນແຕ່ມີຂໍ້ກຳນົດ ທີ່ຄົບຊຸດຕາມ ການແນະນຳຂອງ ກະຊວງ. ມານະພະຍາຍາມໝູນໃຊ້ເຕັກໂນໂລຢີໃຫ້ເປັນເອກະພາບກັນ.
 ກ່ຽວຂ້ອງເຖິງເງື່ອນໄຂໃນເຂດຢ້ຽມຊົມ, ລະຫຼິ້ນບັນເທີງ, ບັນດາຮາກຖານພັກອາໄສ, ທ່ານ ຫວູດຶກດາມ ໄດ້ສະເໜີວ່າ ຄວນມີຂໍ້ກຳນົດພິເສດໃນການປະຕິບັດ ຂໍ້ກຳນົດກ່ຽວກັບການຮັກສາໄລຍະຫ່າງ, ປະຕິບັດຕາມ 5 ຄຳເຕື່ອນຂອງ ກະຊວງສາທາລະນະສຸກ ຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top