• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືດ້ານການເມືອງ ແລະ ການເຈລະຈາຍຸດທະສາດ ອິນເດຍ - ຫວຽດນາມ

      2 ຝ່າຍໄດ້ພິຈາລະນາການພັດທະນາຫວ່າງມໍ່ໆມານີ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຕາມຈິດໃຈ “ວິໄສທັດລວມ ເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ມະນຸດ”
ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: TTXVN)
      ຮອບທີ 11 ການປຶກສາຫາລືດ້ານການເມືອງ ແລະ ຮອບທີ 8 ການເຈລະຈາຍຸດທະສາດລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ອິນເດຍ ໄດ້ດຳເນີນໃນວັນທີ 12 ພະຈິກ ແບບທາງໄກ, ໂດຍທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Riva Ganguly Das, ຮອງລັດຖະມົນຕີການຕ່າງປະເທດ ອິນເດຍ, ຮັບຜິດຊອບບັນຫາຝ່າຍຕາເວັນຕົກເປັນປະທານຮ່ວມ.
        ຢູ່ທີ່ນີ້, 2 ຝ່າຍໄດ້ພິຈາລະນາການພັດທະນາຫວ່າງມໍ່ໆມານີ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຕາມຈິດໃຈ “ວິໄສທັດລວມ ເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ມະນຸດ” ແລະ ແຜນການກະທຳ 2021 – 2023. 2 ຝ່າຍໄດ້ປຶກສາຫາລືໂຄງການຮ່ວມມືໃນອະນາຄົດ ລວມມີ ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ; ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນໃນສະພາບໂລກລະບາດໂຄວິດ-19 ແລະ ຊອກຫາບັນດາກາລະໂອກາດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື ແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດ.
(ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top