• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຶກສາຫາລືຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ

      ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາໄດ້ເຕື້ອງເຖິງບັນຫາ: ສະກັດກັ້ນ, ຄວບຄຸມມົນລະພິດສິ່ງແວດລ້ອມ; ການຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ

ປຶກສາຫາລືຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດ
(ພາບ: monre.gov.vn)
      ຕອນເຊົ້າວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສຳມະນາປຶກສາຫາລືກ່ຽວກັບບົດລາຍງານຕີລາຄາໝາກຜົນການປະຕິບັດຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2020 ແລະ ໂຄງຮ່າງຍຸດທະສາດໄລຍະ 2021 – 2030.
        ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ມອບໝາຍໃຫ້ສະຖາບັນຍຸດທະສາດ, ນະໂຍບາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຕິບັດໂຄງການ “ສຳຫຼວດ, ຕີລາຄາໝາກຜົນການປະຕິບັດຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2020, ວິໄສທັດຮອດປີ 2030 ແລະ ສ້າງຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2040”.
        ບັນດາບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາໄດ້ເຕື້ອງເຖິງບັນຫາ: ສະກັດກັ້ນ, ຄວບຄຸມມົນລະພິດສິ່ງແວດລ້ອມ; ການຂຸດຄົ້ນ, ນຳໃຊ້ບັນດາແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ; ອະນຸລັກທຳມະຊາດ ແລະ ຊີວະນາໆພັນ… ທ່ານ ຫວໍຕ໊ວນເຍິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ, ເນັ້ນໜັກວ່າ.
        “ຂ້າພະເຈົ້າຖືວ່າ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມແມ່ນ 3 ເສົ້າຄ້ຳໃຫ້ແກ່ການພັດທະນາແບບຍືນຍົງ. ຫວ່າງມໍ່ໆມານີ້, ມີນັກວິທະຍາສາດຫຼາຍທ່ານກໍ່ຖືວ່າ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມແມ່ນ 3 ໜ້າທີ່ຈຸດສຸມ. ນີ້ແມ່ນແນວຄວາມຄິດໃໝ່ເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ. ແຫຼ່ງກຳລັງດ້ານການເງິນທີ່ສະຫງວນໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມຕ້ອງໄດ້ເອົາໃຈໃສ່ຫຼາຍກວ່າ, ຍູ້ແຮງການຫັນເປັນສັງຄົມ, ວິສາຫະກິດ ພ້ອມກັບປະຊາຊົນປະຕິບັດການປົກປັກຮັກສາສິ່ງແວດລ້ອມ ເພື່ອສ້າງບາດກ້າວບຸກທະລຸໃນການປົກປັກຮັກສາສິ່ງແວດລ້ອມ”.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top