• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະຊຸມຄະນະປະຈຳສະພາແຫ່ງຊາດຫວຽດນາມຄັ້ງທີ 38

      ຕາມລາຍການ, ວັນທີ 17 ຕຸລາທີ່ ນະຄອນຫຼວງຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ເຂົ້າຮ່ວມການປິດກອງປະຊຸມແລະປະກອບຄຳເຫັນໃສ່ຫຼາຍເນື້ອໃນທີ່ສຳຄັນ.

ທ່ານອວງຈຸລຶວ ຮອງປະທານສະພາແຫ່ງຊາດ ຊີ້ນຳກອງປະຊຸມ (ພາບ: TTXVN)
      ໃນນັ້ນເປັນໜ້າສົນໃຈແມ່ນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ປະກອບຄຳເຫັນໃສ່ ບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການທ່າອາກາດສະຍານລອງແທັ່ງໄລຍະ 1 ແລະວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຫວຽດນາມຊຸດທີ XIV.
        ລັດຖະບານໄດ້ລາຍງານແລະສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາການມອບໝາຍໃຫ້ບໍລິສັດໃຫ່ຍການບິນຫວຽດນາມລົງທຶນ, ຂຸດຄົ້ນທ່າອາກາດສະຍານລອງແທັ່ງໄລຍະ 1. ຍ້ອນວ່າໄລຍະ1 ມີບົດບາດສຳຄັນໃນການປະຕິບັດໂຄງການຕ່າງໆ, ດັ່ງນັ້ນ, ບັນດາກົນໄກພິເສດຄວນນຳໃຊ້ເຂົ້າໃນການກໍ່ສ້າງທ່າອາກາດສະຍານຈະຕ້ອງໄດ້ຍົກອອກມາ, ເພື່ອນຳສະເໜີຕໍ່ສະພາແຫ່ງຊາດຕົກລົງຢ່າງທັນການ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດວຽກງານຕົວຈິງ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top