• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

ກອງປະຊຸມສາມຝ່າຍຂັ້ນລັດຖະມົນຕີລະຫວ່າງ 3 ປະເທດຫວຽດນາມ-ກຳປູເຈຍ-ລາວກ່ຽວກັບການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18, ກອງປະຊຸມໄດ້ປິດລົງໃນວັນທີ 12 ກັນຍາ.

ພິທີປິດກອງປະຊຸມຂັ້ນລັດຖະມົນຕີລະຫວ່າງກຳປູເຈຍ-ລາວ-ຫວຽດນາມກ່ຽວກັບການສະກັດກັ້ນ, ຕ້ານຢາເສບຕິດຄັ້ງທີ 18

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລກຸ໊ຍເວືອງຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມໃຫ້ຮູ້ວ່າ: ກອງປະຊຸມໄດ້ແບ່ງປັນຄວາມວິຕົກກັງວົນຕໍ່ສະພາບການຜະລິດ, ຄ້າຂາຍ, ຂົນສົ່ງຢາເສບຕິດຢ່າງຜິດກົດໝາຍ, ພິເສດແມ່ນຢາເສບຕິດປະເພດປະສົມແລະທາດກ່ອມປະສາດຊະນິດໃໝ່. ຕາມທ່ານຮອງລັດຖະມົນຕີເລກຸ໊ຍເວືອງແລ້ວ, ສະພາບການດັ່ງກ່າວຈຳເປັນຕ້ອງເພີ່ມທະວີການຮ່ວມມືແລະສຸມໃສ່ຊີ້ນຳຢ່າງແຮງ, ບັນດາເຈົ້າໜ້າທີ່ຂອງແຕ່ລະປະເທດ ຕ້ອງມີມາດຕະການແກ້ໄຂທີ່ສອດຄ່ອງ ແລະ ເໝາະສົມ, ຮັບມືກັບຜົນຮ້າຍຂອງອາດຊະຍາກຳຢາເສບຕິດຢູ່ແຕ່ລະປະເທດແລະໃນພາກພື້ນ, ທ່ານເລກຸ໊ຍເວືອງກ່າວວ່າ:

ພວກເຮົາໄດ້ໃຫ້ບູລິມາສິດສຸມໃສ່ຊີ້ນຳເພີ່ມທະວີແບ່ງປັນຂໍ້ມູນຂ່າວສານແລກປ່ຽນບົດຮຽນຍົກສູງປະສິດທິຜົນບັນດາມາດຕະການຄວບຄຸມຊາຍແດນປະຕິບັດການລາດຕະເວນຄວບຄຸມກວດກາແລະສ້າງຄະນະຮັບຜິດຊອບສະເພາະຄະດີໃນການຕໍ່ສູ້ຮ່ວມກັນສົມທົບກັນກວດກາແລະຈັບກຸມກຸ່ມທີ່ເປັນເປົ້າໝາຍຍົກສູງປະສິດທິຜົນການເຄື່ອນໄຫວຂອງຫ້ອງການຕິດຕໍ່ຜ່ານຊາຍແດນ (BLO); ພິຈາລະນາສ້າງຕັ້ງຫ້ອງການຕິດຕໍ່ຫຼັງໃຫມ່ຢູ່ໃນບັນດາບໍລິເວນຊາຍແດນທີ່ມີຄວາມສ່ຽງສູງດ້ານອາດຊະຍາກຳ ແລະຄ້າຂາຍຢາເສບຕິດລະຫວ່າງບັນດາປະເທດນີ້ກໍ່ແມ່ນການກຳນົດທິດແລະບູລິມະສິດການເຄື່ອນໄຫວທີ່ສຳຄັນເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 3 ປະເທດກ້າວເຂົ້າສູ່ລວງເລິກມີປະສິດທິຜົນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການດ້ານພາວະວິໄສຂອງຂະບວນການຕໍ່ສູ້ຕ້ານຢາເສບຕິດໃນປັດຈຸບັນ.

        ກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາຖະແຫຼງການຮ່ວມແລະລົງນາມໃນບບົົດບັນທຶກວ່າດ້ວຍການຮ່ວມມືຄວບຄຸມຢາເສບຕິດ, ທາດກອ່ມປະສາດ ແລະ ທາດຕັ້ງຕົ້ນຜະລິດຢາເສບຕິດລະຫວ່າງ ຫວຽດນາມແລະກຳປູເຈຍ; ຫວຽດນາມ-ລາວ./.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top