• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປາດຖະໜາຢາກໃຫ້ບຸນກາຣີ ສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ EU

      ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Evgueni Stefanov Stoytchev, ເອກອັກຄະລັດຖະທູດ ບຸນກາຣີ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. 

ທ່ານ ຫງວຽນຊວນຟຸກ ທີ່ການຕ້ອນຮັບ
     ຊົມເຊີຍການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງ 2 ປະເທດທີ່ບັນດາອົງການ, ເວທີປາໄສສາກົນ, ທ່ານນາຍົກລັດຖະມົນຕີ ຊົມເຊີຍ ບຸນກາຣີ, ດ້ວຍບົດບາດເປັນປະທານໝູນວຽນ ອີຢູ່ ແຕ່ເດືອນ  ມັງກອນ ປີ 2018, ຈະສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ ອີຢູ, ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ອັນດີງາມລະຫວ່າງ ຫວຽດນາມ - ຮູງກາຣີ ກ່ວາອີກ. ສ່ວນທ່ານເອກອັກຄະລັດຖະທູດ Evgueni Stefanov Stoytchev ຖືວ່າ ຫວຽດນາມ ໄດ້ ແລະ ຈະສືບຕໍ່ແມ່ນຄູ່ຮ່ວມມືແຖວໜ້າ ຂອງບຸນກາຣີ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ທ່ານເອກອັກຄະລັດຖະທູດ ຖືວ່າ ການຮ່ວມມືເສດຖະກິດ, ການຄ້າ 2 ຝ່າຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ປາດຖະໜາວ່າປະຊາຄົມວິສາຫະກິດ 2 ປະເທດຈະເພີ່ມທະວີການແລກປ່ຽນ, ຊອກຫາກາລະໂອກາດຮ່ວມມື.       
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top