• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ: ທີ່​ດິນ​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ ແລະ ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ການວາງແຜນກຳນົດ, ແຜນການນຳໃຊ້ທີ່ດິນ ຕ້ອງຮັບປະກັນຫຼັກການຕິດພັບອົງຄະທາດ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ການຫັນຊົນນະບົດໃໝ່ກາຍເປັນຕົວເມືອງ, ຕິດພັນລະຫວ່າງຄວາມຮຽກຮ້ອງຫັນເປັນອຸດສາຫະກຳ ຕິດພັນກັບຄວາມຕ້ອງການຫັນເປັນຕົວເມືອງໃນທົ່ວປະເທດ ຢູ່ແຕ່ລະທ້ອງຖິ່ນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳກຳມາທິການເສດຖະກິດ ກ່ຽວກັບການວາງແຜນກຳນົດການນຳໃຊ້ທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ແຜນການນຳໃຊ້ທີ່ດິນໄລຍະ 5 ປີ (2021 – 2025) ລະດັບຊາດ.ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ທີ່ດິນ ແມ່ນຊັບພະຍາກອນພິເສດຂອງຊາດ, ແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງ ແລະ ສຳຄັນທີ່ສຸດໃນການພັດທະນາເສດະກິດ ສັງຄົມ, ການວາງແຜນກຳນົດໃນການນຳໃຊ້ທີ່ດິນຕ້ອງແມ່ນພື້ນຖານໃຫ້ແກ່ການວາງແຜນກຳນົດຂະແໜງ, ຂົງເຂດ, ການວາງແຜນກຳນົດຕາມເຂດ ແລະ ທ້ອງຖິ່ນທີ່ສ້າງລັກສະນະເຊື່ອມຕໍ່ລະຫວ່າງເຂດ, ລະຫວ່າງແຂວງ ແລະ ຕ້ອງຮັບປະກັນການນຳໃຊ້ຢ່າງປະຢັດ, ມີປະສິດທິຜົນ ແລະ ຍືນຍົງ       

 ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີວ່າ ໃນການວາງແຜນກຳນົດນຳໃຊ້ທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດິນໄລຍະ 5 ປີ 2021 – 2025 ຕ້ອງເພີ່ມເຕີມບົດບາດຂອງທີ່ດິນຕໍ່ການພັດທະນາປະເທດຊາດແບບຍືນຍົງ, ເໝາະສົມກັບຍຸດທະສາດພັດທະນາເສດຖະກິດ ສັງຄົມຂອງ ປະເທດຊາດ ກໍ່ຄືຂອງແຕ່ລະທ້ອງຖິ່ນ, ມີຄວາມກົມກຽມກ່ຽວກັບຜົນປະໂຫຍດລະຫວ່າງບັນດາຝ່າຍ. ການວາງແຜນກຳນົດ, ແຜນການນຳໃຊ້ທີ່ດິນ ຕ້ອງຮັບປະກັນຫຼັກການຕິດພັບອົງຄະທາດ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ການຫັນຊົນນະບົດໃໝ່ກາຍເປັນຕົວເມືອງ, ຕິດພັນລະຫວ່າງຄວາມຮຽກຮ້ອງຫັນເປັນອຸດສາຫະກຳ ຕິດພັນກັບຄວາມຕ້ອງການຫັນເປັນຕົວເມືອງໃນທົ່ວປະເທດ ຢູ່ແຕ່ລະທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top