ຂ່າວສານ
ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນມູນເຊື້ອໂຮງໝໍເສນາຮັກ 175

ພິທີຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ຄັ້ງທີ 2 (ພາບ: TTXVN)
ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ໂຮງໝໍເສນາຮັກ 175 ຈົ່ງສືບຕໍ່ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ເພື່ອເປັນເຈົ້າທາງດ້ານການເງິນເທື່ອລະກ້າວ ໃນລະບົບໂຮງໝໍເສນາຮັກ. ກໍ່ສ້າງຖັນແຖວສະມາຊິກພັກ, ພະນັກງານ, ນັກຮົບ ໃຫ້ມີຄຸນນະທາດໝັ້ນແກ່ນ, ມີຄຸນສົມບັດຈັນຍາບັນ, ມີລະດັບຄວາມຮູ້ດ້ານວິຊາຊີບສູງ ແລະ ຊຳນານງານ, ເພື່ອກຽມພ້ອມຮັບທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ; ສືບຕໍ່ຍົກສູງຄຸນນະພາບການບໍລິການຮັບໃຊ້ຄົນເຈັບ; ປະຕິບັດວຽກງານເສນາຮັກເປັນຢ່າງດີ; ພັດທະນາວິທະຍາສາດເຕັກນິກ, ເຕັກໂນໂລຢີສູງ, ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ. ຜ່ານນັ້ນ ນຳໂຮງໝໍກາຍເປັນສູນສາທາລະນະສຸກຫຼາຍຂະແໜງທັນສະໄໝຂອງພາກພື້ນ.
“ທາງໂຮງໝໍຕ້ອງສືບຕໍ່ຖືຄົນເຈັບເປັນໃຈກາງ, ຍົກສູງຄຸນນະພາບການຄຸ້ມຄອງໂຮງໝໍ, ກຽມພ້ອມຮັບມື ແລະ ແກ້ໄຂບັນດາກໍລະນີສຸກເສີນໃຫ້ເປັນຢ່າງດີ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ. ຜ່ານນັ້ນຂະແໜງສາທາລະນະສຸກຂອງປະເທດຊາດພັດທະນາແບບຍືນຍົງໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ”.
(ແຫຼ່ງຄັດຈາກ VOV)