• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ​ໄປຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ ປະ​ທານ​ສະ​ພາບໍ​ລິ​ຫານງານສະ​ມາ​ຄົ​ມ​ພ​ຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ

ເນື່ອງໃນໂອກາດ ປີໃໝ່ ສາກົນ 2020 ແລະ ບຸນເຕັດ ປີ ຊວດ, ຕອນບ່າຍວັນທີ  2 ມັງກອນ, ທ່ານເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ ພະມະຫາອາຈານ ທິກຖ້ຽນເຍິນ, ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ວັດ ມິງດ້າວ, ນະຄອນ ໂຮ່ຈີມິນ.

ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນປີໃໝ່ ປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: TTXVN)

ທ່ານ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຜົນງານທາງດ້ານເສດຖະກິດ - ສັງຄົມທີ່ປະເທດຊາດບັນລຸໄດ້ໃນປີ 2019 ແມ່ນມີການປະກອບສ່ວນອັນຕັ້ງໜ້າຂອງບັນດາພະມາຫາອາຈານ, ພະອາຈານ, ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນທົ່ວປະເທດ. ໃນຊຸມປີທີ່ຜ່ານມາ, ສະມາຄົມພຸດທະສາສະໜາ ຫວຽດນາມໄດ້ຂົນຂວາຍວຽກງານການທຳກຸສົນທາງສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…ໄດ້ເປັນຢ່າງດີ.

ທ່ານ ເຈິ່ນແທັງເໝີນ ເນັ້ນໜັກວ່າ ປີ 2020 ແມ່ນປີ ປະເທດຊາດຈະຈັດຕັ້ງເຫດການປະຫວັດສາດ, ການເມືອງທີ່ສຳຄັນຫຼາຍຢ່າງ, ທ່ານກໍ່ປາດຖະໜາວ່າ ພະມະຫາອາຈານ ທິກຖ້ຽນເຍິນ, ສະມາຄົມພຸດທະສາສະໜາ ຫວຽດນາມທຸກຂັ້ນພ້ອມກັບ ພະສົງສຳມະເນນພຸດທະສາສະນິກກະຊົນຈະສືບຕໍ່ສະໜັບສະໜູນພັກ, ລັດ ປະຕິບັດບັນດາເຫດການ, ແຜນການ, ເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສຳເລັດ, ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດຊາດໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ.

ແລະຕອນເຊົ້າວັນທີ 3 ມັງກອນ, ທ່ານເຈິ່ນແທັງເໝິນ ໄດ້ນໍາໜ້າຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມໄປຢ້ຽມຢາມ, ມອບຂອງຂວັນ ຢູ່ໂຮງຮຽນລ້ຽງເດັກກໍາພ້າ ຮວາມາຍ ເກິ່ນເທີີ ແລະ ຄະນະກໍາມະການປະຊາຊົນຕາແສງແທ້ງຊວັນ, ເມືອງ ເຈົາແທ່ງ A, ແຂວງເຮົ້າຢາງ ເຊັ່ນດຽວກັນ. 

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top