• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ສະຫຼູ 2021

ສະມາຄົມຊາວຫວຽດນາມ ອາໄສ ຢູ່ ຝລັ່ງ ຄາດວ່າ ຈະຈັດຕັ້ງຫຼາຍເຫດການວັດທະນະທຳ ແລະ ບັນເທິງ ພາຍໃຕ້ຮູບການທາງອອນລາຍ ໃນຊຸມວັນຈະມາເຖິງ ເພື່ອສ້າງບັນຍາກາດຕ້ອນຮັບບຸນເຕັດ ໃຫ້ແກ່ຊາວຫວຽດນາມອາໄສ ຢູ່ ຝລັ່ງ.
ຕະຫຼາດ ອາຊີ ຢູ່ນະຄອນຫຼວງ ປາຣີ

ການຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຝລັ່ງ ບໍ່ສາມາດດຳເນີນໄປ ຍ້ອນປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບດ້ານສາທາລະນະສຸກໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານ ບຸ່ຍແທັງຕຸ່ງ, ຊາວຫວຽດນາມ ດຳລົງຊີວິດຢູ່ຊານນະຄອນຫຼວງ ປາຣີ ໃຫ້ຮູ້ວ່າ ໃນຄ່ຳຄືນສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ຈະບໍ່ໄດ້ໄປຢ້ຽມຢາມໝູ່ເພື່ອນ, ພຽງແຕ່ໂທລະສັບອວຍພອນກັນເທົ່ານັ້ນ. ທາງສະມາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ນະຄອນMarseille và Aix-en-Provence ກໍພຽງແຕ່ຫໍ່ເຂົ້າຕົ້ມເທົ່ານັ້ນ. ໃນຂະນະນັ້ນ, ສະມາຄົມຊາວຫວຽດນາມ ອາໄສ ຢູ່ ຝລັ່ງ ຄາດວ່າ ຈະຈັດຕັ້ງຫຼາຍເຫດການວັດທະນະທຳ ແລະ ບັນເທິງ ພາຍໃຕ້ຮູບການທາງອອນລາຍ ໃນຊຸມວັນຈະມາເຖິງ ເພື່ອສ້າງບັນຍາກາດຕ້ອນຮັບບຸນເຕັດ ໃຫ້ແກ່ຊາວຫວຽດນາມ ອາໄສ ຢູ່ ຝລັ່ງ.
ສະມາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ນະຄອນ Marseille và Aix-en-Provence ຫໍ່ເຂົ້າຕົ້ມ

ສຳລັບປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ ຈີນ, ບຸນປີໃໝ່ປີນີ້ຶ ສືບຕໍ່ແມ່ນບຸນເຕັດທີ່ພິເສດ. ເລື່ອງພະຍາຍາມຈັດຕັ້ງງານພົບປະສັງສັນໃຫ້ແກ່ຊາວ ຫວຽດນາມ ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ໃນຍາມບຸນເຕັກແມ່ນວຽກງານໜຶ່ງທີ່ ສະຖານທູດ ຫວຽດນາມ ປະຈຳ ຈີນ ມີຄວາມເອົາໃຈໃສ່ເປັນພິເສດ. ແຕ່ຍ້ອນໂລກລະບາດໂຄວິດ - 19, ສະນັ້ນຂອບຂະໜາດຂອງກິດຈະກຳດັ່ງກ່າວກໍຖືກຮັດແຄບເຂົ້າ. ທ່ານ ຟ້າມແທງບິ່ງ ອຸປະທູດຊົ່ວຄາວ ໃຫ້ຮູ້ວ່າ ສະຖານທູດ ສືບຕໍ່ຈັດຕັ້ງບຸນເຕັດວົງຄະນະຍາດ ແຕ່ດ້ວຍຮູບການປະຢັດມັດທະຍັດ, ປອດໄພ, ມ່ວນຊື່ນ, ປອດໃສ, ຮັບປະກັນຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ. ພໍ່ແມ່ປະຊາຊົນຫຼາຍຄົນມີຄວາມປາດຖະໜາຢາກເຂົ້າຮ່ວມການເຄື່ອນໄວໃນປີນີ້, ແຕ່ບໍ່ສາມາດປະຕິບັດໄດ້ ຍ້ອນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການໄປ - ມາ ແລະ ຈຳກັດບໍລິເວນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top