• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ,ອວຍພອນປີໃໝ່Chol Chnam Thmay

ປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ,
ອວຍພອນປີໃໝ່Chol Chnam Thmay
      ຕອນ​ເຊົ້າ​ວັນ​ທີ 9/4, ທ່ານປະທານສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ ຫງວຽນ​ທ້ຽນ​ເຍິນ ​ໄດ້​ລົງຢ້ຽມຢາມ, ອວຍພອນ​ປີ​ໃໝ່ ພະນັກງານ​ອາວຸ​ໂສ, ພະນັກງານ​ບຳນານ​, ຊາວ​ເຜົ່າ ຂະ​ແມ ທີ່​ດີ​ເດັ່ນ ​ແລະ ສະມາຄົມ​ສາມັກຄີ​ພະສົງ​ສາມະ​ເນນ​ຮັກ​ຊາດ​ແຂວງ ຈ່າ​ວິ​ງ. ທີ່​ການ​ພົບ​ປະ​ກັບສະມາຄົມ​ສາມັກຄີ​ພະສົງ​ສາມະ​ເນນ​ຮັກ​ຊາດ​ແຂວງ ຈ່າ​ວິ​ງ, ທ່ານປະທານສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ​ ຫງວຽນ​ທ້ຽນ​ເຍິນ ​ເນັ້ນ​ໜັກ​ວ່າ:
        “ດ້ວຍ​ການ​ປະກອບສ່ວນ​ຂອງ​ບັນດາ​ພະ​ມະຫາ​ອາຈານ, ພະ​ອາຈານ ​ໃຫ້​ແກ່​ການ​ພັດທະນາ​ພຸດທະ​ສາສະໜາ, ສ້າງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເປັນ​ແຫ່ງ​ລະດົມ​ປະຊາຊົນ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ຂອງ​ທ້ອງ​ຖີ່​ນ, ​ເບິ່ງ​ແຍງ​ດູ​ແລ​ເພື່ອ​ໃຫ້​ຜູ້​ທຸກ​ຍາກ​ພັດທະນາ​ເສດຖະກິດ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ອາລົມ​ຈິດ​ນັບຖື. ​ເນື່ອງ​ໃອກາດ​ບຸນປີ​ໃໝ່ Chol Chnam Thmay ຂໍ​ອວຍພອນ​ພະ​ມະຫາ​ອາຈານ, ຫົວໜ້າ​ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ແຂວງມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ສະຫງົບ​ສຸກ, ​ແລະ ມີ​ຄວາມ​ສຸກ“.
        ປະຈຸ​ບັນ​ແຂວງ ຈ່າ​ວິ​ງ ມີຊາວ​ເຜົ່າ ຂະ​ແມ ກວມ 31%, ມີ​ວັດ ຂະ​ແມ 142 ​ແຫ່ງ, ດ້ວຍ​ພະສົງປະມານ 3.500 ຄົນ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top