
ທ່ານປະທານ AFC
ຄາດວ່າ, ໃນເວລາເກືອບ 3 ມື້ ຢູ່ຮ່າໂນ້ຍ, ທ່ານປະທານ AFC ພ້ອມກັບຄະນະປະຕິບັດງານ ຈະມີການເຮັດວຽກກັບຜູ້ປະຈຳການຄະນະບໍລິຫານງານສະຫະພັນບານເຕະ ຫວຽດນາມ ເພື່ອຊອກຮູ້ແຈ້ງກ່ວາກ່ຽວກັບກິລາບານເຕະ ຫວຽດນາມ… ນອກຈາກນັ້ນ, ຄະນະຈະໄປຢ້ຽມຢາມເຂດຫໍພັກຂອງນັກກິລາ, ນັກຊ່ຽວຊານ, ເດີ່ນເຕະບານ - ບ່ອນທີ່ທິມຊາດບານເຕະ ພວມນຳໃຊ້ໃນການຝຶກແອບ. ນີ້ບໍ່ແມ່ນເທື່ອທຳອິດທີ່ສະຫະພັນກິລາບານເຕະ ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່ ແລະ ຕ້ອນຮັບການມາຢ້ຽມຢາມຂອງຜູ້ນຳໜ້າສະຫະພັນບານເຕະ ອາຊີ (AFC). ປີ 2008, ສະຫະພັນບານເຕະ ຫວຽດນາມ ເຄີຍໄດ້ຕ້ອນຮັບປະທານ FIFA ແລະ ປະທານ AFC. ບັນດາການຢ້ຽມຢາມ ແລະ ເຮັດວຽກຂອງຜູ້ນຳໜ້າ FIFA, AFC ໄດ້ເປີດກາລະໂອກາດໃໝ່ໃຫ້ແກ່ກິລາບານເຕະ ຫວຽດນາມ ຕື່ມອີກຜ່ານບັນດາໂຄງການພັດທະນາ, ບັນດາໂຄງການເປົ້າໝາຍເພື່ອແນໃສ່ສະໜັບສະໜູນ ແລະ ຊຸກຍູ້ກະບວນການແຂ່ງຂັນກິລາບານເຕະຢູ່ບັນດາສະຫະພັນ ສະມາຊິກ.
(ແຫຼ່ງຄັດຈາກ VOV)