• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບປະທານສະພາສູງແຫ່ງ ສ.ບລາຣຸດ Mikhail Myasnikovich

ທີ່ການຕ້ອນຮັບທ່ານ Mikhail Myasnikovich ປະທານສະພາສູງ ແຫ່ງສາທາລະນະລັດ ເບລາຣຸດ, ໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ້າໂນ້ຍ,

ທີ່ການຕ້ອນຮັບ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປາຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ແລະ ໃນບັນດາຂົງເຂດອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ລັດຖະສະພາ ເບລາຣຸດ, ສ້າງເງື່ອນໄຂສະດວກກ່ຽວກັບ ກອບນິຕິກຳ ເພື່ອໃຫ້ວິສາຫະກິດສອງປະເທດ ຍູ້ແຮງການເຄື່ອນໄຫວ ການລົງທຶນດຳເນີນທຸລະກິດ, ມຸ່ງໄປເຖິງຄວາມຄ້າຍຄືກັນ ແລະ ມີຄວາມ ກົມກຽວທາງດ້ານກົດໝາຍ. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນຂອບເຂດບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ; ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການເຄື່ອນໄຫວດ້ານນິຕິບັນຍັດ; ຍົກສູງບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບໃນການຊຸກຍູ້ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ເບລາຣຸດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ແຫ່ງສາທາລະນະລັດ ເບລາຣຸດ ກໍ່ໄດ້ແລກປ່ຽນກັບ ທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງສອງປະເທດ; ທ່ານເນັ້ນໜັກວ່າ ເບລາຣຸດ ແມ່ນໜຶ່ງໃນຈຳນວນ 5 ປະເທດທີ່ຂຶ້ນກັບ ສະຫະພັນເສດຖະກິດ ອາຊີ - ເອຣົບ ທີ່ໄດ້ລົງນາມໃນສັນຍາການຄ້າເສລີກັບ ຫວຽດນາມ. ຕໍ່ຈາກນັ້ນ, ອົງການນິຕິບັນຍັດຂອງສອງປະເທດ ຄວນເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ໃຫ້ ສັນຍາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ໃນຕົວຈິງ.

(​ແຫຼ່ງຄັດ​ຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top