• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ອວຍພອນ ຊາວຄຼິດເຂດແທງຮ້ວາ

      ວັນທີ 21 ທັນວາ, ຢູ່ເຂດຊາວຄຼິດແທງຮ້ວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ອວຍພອນສັງຄະລາດ, ຄຸນພໍ່, ນັກບວດ  ແລະ ຊາວຄຼິດເນື່ອງໃນໂອກາດວັນບຸນຄິດສມາດ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ອວຍພອນ ຊາວຄຼິດເຂດແທງຮ້ວາ 
      ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຕອບສະໜອງຢ່າງຕັ້ງໜ້າຂອງພໍ່ແມ່ພີນ້ອງຊາວຄຼິດໃນການເຂົ້າຮ່ວມບັນດາລາຍການຫນູນຊ່ວຍຊີວິດສັງຄົມ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ ແລະ ຕ້ານໄພສັງຄົມ, ລົບລ້າງຄວາມອິດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່…. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : 
     “ ໃນກິດຈະການສ້າງສາປະເທດຊາດປະຈຸບັນ, ບົດບາດຂອງສະມາຄົມຄຼິດທະສາສະໜາຫວຽດນາມ, ບັນດາສັງຄະລາດ, ສັງຄະນາຍົກ, ພິເສດແມ່ນປະທານສະພາສັງຄະລາດຫວຽດນາມ ແມ່ນສຳຄັນທີ່ສຸດ. ພັກ, ລັດຫວຽດນາມ ຍາມໃດກໍມີຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ຈະມາເຖິງ, ສະມາຄົມຄຼິດທະສາສະໜາຫວຽດນາມ ຈະສືບຕໍ່ມີຄວາມຜູກພັນ, ຮ່ວມເດີນທາງພ້ອມກັບຊາດຫວຽດນາມເພື່ອເພື່ອກໍ່ສ້າງປະເທດຫວຽດນາມໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ. ເນື່ອງໃນໂອກາດວັນບຸນຄຼິດສະມາດ, ໂດຍຕາງໜ້າພັກ, ລັດຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນຈົບງາມທີ່ສຸດເຖິງຊາວຄຼິດທຸກໆຄົນ ຈົ່ງມີຄວາມສຸກ, ສາມັກຄີໃນທ່າມກາງບັນຍາກາດສັນຕິພາບ”.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top