• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມສ.ກາຊັກສະຖານຢ່າງເປັນທາງການ

      ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນຫຼວງ Astana, ປະເທດ ກາຊັກສະຖານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov.

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນພົບປະກັບ
ທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ການຢ້ຽມຢາມກາຊັກສະຖານ ຢ່າງເປັນທາງການ ແມ່ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງ 2 ປະເທດ. ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມປະຕິຊົມຊື່ນ ເມື່ອເຫັນວ່າບັນດາພັກການເມືອງຢູ່ກາຊັກສະຖານ ລ້ວນແຕ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບກັບຫວຽດນາມ.
        ສ່ວນທ່ານເລຂາທີ່ໜຶ່ງພັກກອມມູນິດປະຊາຊົນກາຊັກສະຖານ Zhanbyl A. Akhmetbokov ຢືນຢັນວ່າ, ຫວຽດນາມ ແມ່ນເພື່ອນຜູ້ທີ່ໃກ້ຊິດສະໜິດສະໜົມ ແລະ ກາຊັກສະຖານ ຍາມໃດກໍສືບທອດໝາກຜົນຂອງການປະຕິວັດເດືອນຕຸລາ, ສືບຕໍ່ສະໜັບສະໜູນລັດທິສາກົນ.
        ພາຍຫຼັງການພົບປະກັບການນຳພັກກອມມູນິດປະຊາຊົນ ກາຊັກສະຖານ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສ.ກາຊັກສະຖານ ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top