• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ

      ຕອນເຊົ້າວັນທີ 23 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຊິກລັດຖະສະພາໜຸ່ມຄະນະຊາວໜຸ່ມພັກປະຊາທິປະໄຕເອກະພາບຍີ່ປຸ່ນ (LDP)

ທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ
(ພາບ: TTXVN)
      ໂດຍທ່ານສະມາຊິກສະພາຕ່ຳ Keisuke Suzuki, ຮອງເລຂາທິການໃຫຍ່, ຫົວໜ້າຄະນະຊາວໜຸ່ມພັກ LDP ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ, ໃນໄລຍະຈະມາເຖິງ 2 ຝ່າຍຈະຮັກສາບັນດາການຢ້ຽມຢາມຂັ້ນສູງ, ເພີ່ມທະວີບົດບາດເປັນຂົວເຊື່ອມຕໍ່ຂອງບັນດາສະມາຊິກສະພາແຫ່ງຊາດ, ຜູ້ແທນຂັ້ນທ້ອງຖິ່ນ, ກຸ່ມສະມາຊິກລັດຖະສະພາຍິງຫວຽດນາມ ແລະ ຍີ່ປຸ່ນ, ການພົວພັນແລກປ່ຽນປະຊາຊົນ… ທ່ານນາງປະທານສະພາແຫ່ງຊາດ ຖືວ່າ, 2 ຝ່າຍຕ້ອງເພີ່ມທະວີການຮ່ວມມື ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສກົນ ແລະ ພາກພື້ນ; ປາດຖະໜາວ່າ ຍີ່ປຸ່ນ ສືບຕໍ່ສວມບົດບາດສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top