• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບການນຳເມືອງກົນດາວ,ແຂວງບ່າເຣີ້ຍ-ວູ້ງເຕົ່າ

      ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງກົນດາວ, ແຂວງ ບ່າເຣີ້ຍ - ວູ້ງເຕົ່າ. ຕອນບ່າຍວັນທີ 15 ກໍລະກົດ

(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການເຮັດວຽກ)
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດໄດ້ຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບ່າເຣີ້ຍ - ວູ້ງເຕົ່າ ແລະ ເມືອງ ກົນດາວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ໃນບໍລິເວນເມືອງ. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງບັນດາມາດຖານດ້ານເສດຖະກິດ - ສັງຄົມຂອງເມືອງ ກົນດາວ ທີ່ບັນລຸໄດ້ໃນໄລຍະຜ່ານມາ ເຊິ່ງສ່ວນຫຼາຍແມ່ນລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການທີ່ໄດ້ວາງອອກ. ພິເສດ, ກົນດາວ ແມ່ນເມືອງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍເປັນຢ່າງດີ… ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ກົນດາວ ຍົກສູງນ້ຳໃຈສາມັກຄີ, ຕັດສິນໃຈປະຕິບັດມະຕິກ່ຽວກັບການພັດທະນາເສດຖະກິດ, ສັງຄົມຂອງແຂວງ ບ່າເຣີ້ຍ - ວູ້ງເຕົ່າ, ມີມາດຕະການແກ້ໄຂເພື່ອຍົກສູງຄຸນນະພາບການສຶກສາ, ເບິ່ງແຍງດູແລສຸຂະພາບ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ກັບທີ ເພື່ອນຳກົນດາວ ໃຫ້ກາຍເປັນຈຸດພົ້ນເດັ່ນກ່ຽວກັບດ້ານທ່ອງທ່ຽວຂອງທົ່ວປະເທດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top