• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຟູຈ້ອງ ສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ CPTPP

      ຕອນເຊົ້າວັນທີ 02 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງໃບຍື່ນສະເໜີກ່ຽວກັບເລື່ອງ ສະເໜີໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ບົດລາຍງານອະພິປາຍ ແລະ ຜົນການກວດກາກ່ຽວກັບສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ.
 

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ)
      ສັນຍາ CPTPP ບໍ່ພຽງແຕ່ເຕື້ອງເຖິງບັນດາຂົງເຂດທີ່ເປັນມູນເຊື້ອຄື: ຫຼຸດຜ່ອນພາສີອາກອນສຳລັບສິນຄ້າ, ເປີດປະຕູຕະຫຼາດການບໍລິຫານ, ສິດຊັບສິນທາງປັນຍາ, ຮົ້ວເຕັກນິກກ່ຽວຂ້ອງເຖິງການຄ້າເທົ່ານັ້ນ… ຫາກຍັງແກ້ໄຂບັນດາບັນຫາໃໝ່ຄື: ແຮງງານ, ສິ່ງແວດລ້ອມ, ການຊື້ເຄື່ອງຂອງຂອງລັດຖະບານ, ລັດວິສາຫະກິດ… ອີກດ້ວຍ. ນອກນັ້ນ, ສັນຍາດັ່ງກ່າວຍັງໄດ້ວາງອອກບັນດາຄຳຮຽກຮ້ອງ ແລະ ມາດຕະຖານສູງກ່ຽວກັບລັຄວາມໂປ່ງໄສ, ກໍຄືຍົກອອກບັນດາກົນໄກແກ້ໄຂການຂັດແຍ້ງກັນມີລັກສະນະຜູກມັດ ແລະ ຮັດກຸມ. ນຳສະເໜີໃບຍື່ນສະເໜີກ່ຽວກັບເລື່ອງ ສະເໜີໃຫ້ສະພາແຫ່ງຊາດໃຫ້ສັດຕະຍາບັນ CPTPP, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ຊີ້ແຈ້ງວ່າ.
        “ເລື່ອງເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ຈະຊ່ວຍໃຫ້ຫວຽດນາມ ສະແດງໃຫ້ເຫັນການປະຕິບັດຄຳໝັ້ນສັນຍາຢ່າງແຮງສຳລັບການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ; ຢືນຢັນບົດບາດ ແລະ ທີ່ຕັ້ງພູມສາດການເມືອງສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືເຂດອາຊີ - ປາຊີຟິກ, ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ໃນພາກພື້ນ ກໍຄືໃນເວທີສາກົນຢ່າງແທ້ຈິງ. ພິເສດ, ໃນສະພາບການດ້ານການເມືອງ - ຄວາມໝັ້ນຄົງໃນໂລກ ແລະ ພາກພື້ນພວມມີການປ່ຽນແປງຢ່າງວ່ອງໄວ, ມີການຜັນແປທີ່ຊັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເລື່ອງເຂົ້າຮ່ວມ CPTPP ທັງຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂຍົກສູງກຳລັງແຮງພາຍໃນເພື່ອຮັບມື, ທັງປັບປຸງທີ່ຕັ້ງເພື່ອປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໄປຄຽງຄູ່ກັບການັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍ ຈະປະກອບສ່ວນເພີ່ມທະວີການປະສານຜົນປະໂຫຍດ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ CPTPP ເລິກເຊິ່ງກວ່າ, ພິເສດແມ່ນບັນດາປະເທດສະມາຊິກມີການພົວພັນຄູ່ຮ່ວມມືຍຸດທະສາດ”.
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍ ກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top