• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ເຂົ້າຢ້ຽມອຳລາ

      ອາຟຣີກາ ໃຕ້ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ຢູ່ ອາບຟຣີກາ ໃຕ້; ພ້ອມທັງ, ຫວັງວ່າ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດມີທ່າແຮງ

ທ່ານນາງ Kgomotso Ruth Magau ແລະ ທ່ານ ເຈີ່ນດ້າຍກວາງ
      ທີ່ການຕ້ອນຮັບທ່ານນາງ Kgomotso Ruth Magau, ເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການການທູດ, ວັນທີ 7 ທັນວາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ, “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາ” ກັບ ອາຟຣີກາ ໃຕ້. ທ່ານປະທານປະເທດ ໃຫ້ຮູ້ວ່າ: ອາຟຣີກາ ໃຕ້ ແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ຢູ່ ອາບຟຣີກາ ໃຕ້; ພ້ອມທັງ, ຫວັງວ່າ 2 ປະເທດສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານໃນບັນດາຂົງເຂດມີທ່າແຮງ, ພິເສດແມ່ນກ່ຽວກັບການຄ້າ, ຂຸດຄົ້ນແຮ່ທາດ, ການສຶກສາ, ການທ່ອງທ່ຽວ, ຊັບພະຍາກອນ - ສິ່ງແວດລ້ອມ.
        ທ່ານປະທານປະເທດ ເນັ້ນໜັກວ່າ: ປີ 2018, 2 ປະເທດ ຈະສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ປາດຖະໜາວ່າ 2 ປະເທດຈະມີການເຄື່ອນໄຫວແທດຈິງຫຼາຍຢ່າງໃນໂອກາດນີ້, ຜ່ານນັ້ນ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top