• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017

      ແລະກໍ່ໃນວັນທີ 9 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ເນື່ອງໃນໂອກາດເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ  ແລະ ທ່ານປະທານາທິບໍດີ ສ. ເປຣູ Pedro Pablo Kuczynski
      ວັນທີ 9 ພະຈິກ, ຢູ່ສູນປົກຄອງນະຄອນ ດ່ານັ້ງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານ Enrique Pena Nieto, ປະທານາທິບໍດີ ສ. ເມັກຊີໂກ ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 25 ຢູ່ດ່ານັ້ງ. ທີ່ການພົບປະ, ການນຳ 2 ທ່ານ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການເພື່ອແນໃສ່ສືບຕໍ່ເພີ່ມທະວີເປີດກ້ວາງການພົວພັນຮ່ວມມື 2 ຝ່າຍ ໃນຂົງເຂດຕ່າງໆຄື: ການເມືອງ - ການທູດ, ເສດຖະກິດ - ການຄ້າ ແລະ ການລົງທຶນ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຢີ ແລະ ບັນດາຂົງເຂດອື່ນໆອີກ.
        ແລະກໍ່ໃນວັນທີ 9 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບທ່ານ Peter O’Neill, ນາຍົກລັດຖະມົນຕີ ປາປົວນີວກີເນ ເນື່ອງໃນໂອກາດເຂົ້າຮ່ວມ ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງ. ນະທີ່ນີ້, 2 ຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມື 2 ຝ່າຍ ໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
        ກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານປະທານາທິບໍດີ ສ. ເປຣູ Pedro Pablo Kuczynski, ທ່ານປະທານາທິບໍດີ ຟີລິບປິນ Rodrigo Roa Duterte, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Razak, ຜູ້ປຶກສາແຫ່ງລັດ ມຽນມາ Aung San Suu Kyi, ປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB) ຈີນລີຈວຽນ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top